ລືມຊາດ ພາສາລາວກໍ່ມີເປັນຫຍັງບໍ່ເວົ້າ ເສຍຊາດເກີດ - ອິດສະຫຼະ

ລືມຊາດ ພາສາລາວກໍ່ມີເປັນຫຍັງບໍ່ເວົ້າ ເສຍຊາດເກີດ



ທ່ານຈະໄດ້ຮັບຄຳຍົກຍ້ອງສັນລະເຊີນທັນທີວ່າດີວ່າເກັ່ງ ຖ້າຫາກພາສາທີ່ສອງທີ່ທ່ານໃຊ້ໃນວົງສັງຄົມ, ການຕິດຕໍ່ພົວພັນ ແລະ ການເວົ້າອອກສື່ຕ່າງຊາດບໍ່ແມ່ນ "ພາສາໄທ" ເພາະເຫດໃດຈຶ່ງເປັນເຊັ່ນນັ້ນ ກໍ່ດັ່ງທີ່ເຫັນໄດ້ ແລະ ປາກົດຂຶ້ນໃນສັງຄົມປັດຈຸບັນ ໂດຍສະເພາະໃນໂລກອອນລາຍ ທີ່ຈະມີກຸ່ມອັກຄະຕິຊົນທັງຫຼາຍ ມັກມີສຽງວິພາກວິຈານຕໍ່ບຸກຄົນທີ່ເວົ້າພາສາໄທອອກສື່ທາງໂທລະພາບຂອງປະເທດໄທ ບັນຫານີ້ເປັນສິ່ງທີ່ໜ້າຄິດ ແລະ ທົບທວນວ່າອັກຄະຕິດັ່ງກ່າວມາຈາກ? ແລ້ວເຫດໃດຈຶ່ງວິພາກວິຈານສະເພາະຄົນທີ່ເວົ້າພາສາໄທອອກສື່ ? ເລື່ອງນີ້ໜ້າສົນໃຈ.

- ອັກຄະຕິດັ່ງກ່າວອາດມາຈາກຫຼາຍປັດໄຈເປັນຕົ້ນແມ່ນ ບັນຫາທາງດ້ານປະຫວັດສາດບາດແຜລະຫວ່າງລາວ-ໄທ ທີ່ເປັນຈຸດບອດທຳລາຍຄວາມຄິດ (ຜູ້ທີ່ຄິດບໍ່ໄດ້) ກໍ່ໃຫ້ເກີດຄວາມຄຽດແຄ້ນທາງປະຫວັດສາດ ອັນນຳໄປສູ່ການເກີດອັກຄະຕິໃນສິ່ງທີ່ເປັນໄທ, ປະຫວັດສາດບາດແຜ່ລະຫວ່າງລາວ-ໄທນັ້ນມີເປັນຈຳນວນຫຼາຍໃນຕຳລາຮຽນນັບຕັ້ງແຕ່ຊັ້ນປະຖົມຈົນເຖິງມະຫາໄລເຊັ່ນ: ການຮຸກຮານຂອງສະຫຍາມ, ການປຸ້ນສະດົມ, ການທຳລາຍມ້າງເພ ແລະ ເຜົາບ້ານເຜົາເມືອງ ຯລຯ ເຊິ່ງປະຫວັດສາດໃນຕຳລາຮຽນດັ່ງກ່າວລ້ວນແຕ່ມີເນື້ອໃນກະຕຸ້ນຄວາມຮັກຊາດກະຕຸ້ນໃຫ້ເກີດຄວາມກຽດຊັງຕໍ່ຜູ້ຮຸກຮານເປັນຫຼັກ ໂດຍປາສະຈາກການອະທິບາຍທີ່ດີເຖິງຫຼັກເຖິງແກ່ນຂອງໝາກຫົວໃຈການຮຽນປະຫວັດສາດ ແລະ ຂາດຄວາມເຂົ້າໃຈເຖິງຍຸກສະໄໝຂອງສັງຄົມໃນອະດີ ຈົນປະຫວັດສາດກາຍເປັນສິ່ງລ້າງສະໜອງຂອງຜູ້ທີ່ອ່ອນໄຫວທາງອາລົມໃຫ້ຈົມຢູ່ກັບອະດີດຈົນເງີຍຫົວບໍ່ຂຶ້ນ.

- ເນື່ອງດ້ວຍພາສາລາວ-ໄທ ມີຄວາມໃກ້ຊິດກັນຟັງກັນເຂົ້າໃຈກັນເກືອບທັງໝົດ ກໍ່ເລີຍກາຍເປັນຂໍ້ອ້າງຈົນເຮັດໃຫ້ເກີດການຖືຕົວ (ສຳລັບບາງຄົນ) ວ່າເວົ້າພາສາລາວເຂົາເຈົ້າກໍ່ເຂົ້າໃຈແລ້ວ ຫຼາຍທ່ານຄົງເຄີຍໄດ້ຍິນສຸພາສິດທີ່ວ່າ "ເຂົ້າເມືອງຕາຫຼິ່ວ ຕ້ອງຫຼິ່ວຕາຕາມ" ເຮົາລອງມາຈິນຕະນາການ ຫຼື ຈຳລອງເອົາຕົວເຮົາເປັນຄົນໄທ ຫຼື ຈະເປັນລາວກໍ່ໄດ້ ຖ້າມີຄົນທາງຊາດທີ່ເວົ້າສາພາຂອງເຮົາໆຈະຮູ້ສຶກວ່າ ເຂົາເຈົ້າຈິງໃຈ ແລະ ເຄົາລົບໃນສິ່ງທີ່ເຮົາເປັນ ເຊິ່ງສະແດງອອກເຖິງຄວາມພະຍາຍາມທີ່ຈະເຮັດທຸກຢ່າງເພື່ອໃຫ້ກົມກືນກັບສັງຄົມທີ່ກຳລັງອາໄສຢູ່, ບັນຫາຂໍ້ນີ້ສະທ້ອນໃຫ້ເຫັນເຖິງຄວາມໝັ້ນໃຈໃນຕົວເອງສູງຂອງຄົນບາງກຸ່ມ ທີ່ບໍ່ມີການປັບຕົວເອງໃຫ້ເຂົ້າກັບສັງຄົມອື່ນ ໂດຍຢຶດໝັ້ນຕາຍໂຕໃນສິ່ງທີ່ຕົນເປັນເທົ່ານັ້ນ.

- ບັນຫາການນຳສະເໜີ, ການປິດກັ້ນສື່ທັງພາກລັດ ແລະ ເອກະຊົນ ເຊິ່ງຈະເຫັນໄດ້ຊັດເຈນໃນສື່ໂທລະພາບ ແລະ ວິທະຍຸ: ສາມາດເວົ້າ ແລະ ເປີດເພງໄດ້ເກືອບທຸກພາສາຍົກເວັ້ນພາສາ "ໄທ" ອັນໄດ້ເຮັດໃຫ້ເກີດຄວາມຫ່າງເຫີນເຖິງຈະໃກ້ຊິດກັນພຽງຄົນລະຝາກຂອງ ເຊິ່ງຂໍ້ນີ້ບໍ່ມີໃຜສາມາດປະຕິເສດໄດ້ຢ່າງແນ່ນອນ ດັ່ງທີ່ຈະເຫັນໄດ້ຈາກລາຍການຂ່າວຂອງໂທລະພາບແຫ່ງຊາດລາວມີທັງພາສາຝຣັ່ງ, ອັງກິດ ແລະ ຫວຽດນາມ ແລ້ວຕໍ່ໄປທ່ານຄິດວ່າຈະມີພາສາໃດມາເພີ່ມອີກຖ້າບໍ່ແມ່ນພາສາປະເທດທາງເໜືອ

- ບັນຫາໂລກແຄບຮັບຮູ້ຂໍ້ມູນຂ່າວສານບໍ່ພຽງພໍ ທ່ານຮູ້ບໍ່ວ່າປະເທດອ້ອມຂ້າງເຮົາເຂົາເຈົ້າພະຍາຍາມເອົາໃຈຄົນລາວໂດຍສະເພາະແມ່ນ ປະເທດໄທ ແລະ ຫວຽດນາມ ດັ່ງທີ່ເຫັນໄດ້ຈາກປ້າຍຕ່າງໆໃນເຂດຊາຍແດນຂອງປະເທດນັ້ນໆທີ່ຕິດກັບລາວ ຫຼື ສູນການຄ້າໃນປະເທດເຫຼົ່ານັ້ນທີ່ຢູ່ຊາຍແດນຕິດກັບລາວ ເຂົາເຈົ້າພະຍາຍາມໃຊ້ປາຍແນະນຳຕ່າງໆເປັນພາສາລາວ ເຊິ່ງບໍ່ຈຳເປັນເລີຍທີ່ຈະແປໄທມາເປັນລາວແຕ່ເຂົາເຈົ້າກໍ່ຍັງເຮັດ, ສ່ວນປະເທດຫວຽດນາມເຖິງຂັ້ນຕິດປ້າຍຈາລະຈອນເປັນພາສາລາວ ແລະ ໂທລະພາບຂອງເຂົາເຈົ້າກໍ່ຍັງມີພາສາລາວບັນຍາຍໄວ້ຂ້າງລຸ່ມອີກດ້ວຍ ກຸ່ມຄົນເຫຼົ່ານັ້ນຄົງລືມຊາດບໍ່ຕ່າງຫຍັງກັບຄົນລາວທີ່ເວົ້າພາສາໄທອອກສື່ທ່ານຄິດແບບນັ້ນບໍ່?

ຍັງມີອີກຫຼາຍບັນຫາ ທີ່ອັກຄະຕິຊົນທັງຫຼາຍຄວນເປີດກວ້າງເປີດໃຈ ຢ່າໄດ້ຢຶດຕິດເອົາຕົນເປັນສູນກາງຂອງຈັກກະວານ ຜູ້ຂຽນເຊື່ອວ່າຢູ່ຮອບຕົວຄົນລາວເກືອບຮ້ອຍທັງຮ້ອຍບໍ່ມີໃຜປາສະຈາກສິ່ງທີ່ Made in Thailand, ຢ່າໄດ້ສ້າງຄວາມຮູ້ສຶກວ່າຕົນຜິດໃຫ້ກັບຄົນທີ່ບໍ່ມີຄວາມຜິດພຽງເພາະເວົ້າພາສາໄທ ເພາະສິ່ງນັ້ນເທົ່າກັບເວົ້າໃຫ້ຕົວເອງທັງໆທີ່ຂາດໄທບໍ່ໄດ້ເປັນຕົ້ນແມ່ນການເສບສື່ໄທ ນອກຈາກນີ້ມັນຍັງໄດ້ສ້າງຄວາມເສົ້າໝອງໃຫ້ກັບສາຍສຳພັນອັນດີລະຫວ່າງສອງປະເທດ ໂດຍສະເພາະແມ່ນຕົວຜູ້ວິພາກວິຈານເອງ.


No comments

Powered by Blogger.