ແຜ່ນດິນໄຫວ ພາກໃຕ້ຂອງຟິລິບປິນ ຢ່າງຮຸນແຮງ - ອິດສະຫຼະ

ແຜ່ນດິນໄຫວ ພາກໃຕ້ຂອງຟິລິບປິນ ຢ່າງຮຸນແຮງ



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2017: ໄດ້ເກີດແຜ່ນດິນໄຫວຂຶ້ນເມື່ອເວລາ 22:00 ຂອງວັນສຸກຕາມເວລາທ້ອງຖິ່ນ ທີ່ເມືອງຊູຣິເກົາ ຫ່າງຈາກນະຄອນຫຼວງມະນິລາໄປທາງທິດໃຕ້ 700 ກວ່າກິໂລແມັດ ສຳນັກສຳຫຼວດທໍລະນີວິທະຍາສະຫະລັດລາຍງານວ່າ ແຜ່ນດິນໄຫວມີຂະໜາດ 6.7 ຣິກເຕີ ສູນກາງເລິກລົງໄປ 27 ກິໂລແມັດ ໃນຂະນະທີ່ສຳນັກງານແຜ່ນດິນໄຫວຟິລິບປິນລາຍງານວ່າ ແຜ່ນດິນໄຫວມີຂະໜາດ 6.7 ຣິກເຕີ ສູນກາງຫ່າງຈາກເມືອງຊູຣິເກົາ 14 ກິໂລແມັດ  ໃນສ່ວນຂອງສູນເຕືອນໄພສຶມານິໃນມະຫາສະໝຸດປາຊີຟິກລາຍງານວ່າບໍ່ມີຄວາມສ່ຽງເກີດຄື້ນສຶນາມິ.


ເຊິ່ງຂະນະນີ້ໄດ້ມີປະຕິບັດການຄົ້ນຫາ ແລະ ການກູ້ໄພກຳລັງດຳເນີນໄປຢ່າງຕໍ່ເນື່ອງເພື່ອຄົ້ນຫາຜູ້ລອດຊີວິດຕາມຊາກອາຄານທີ່ພັງລົງມາ ໂດຍມີລາຍງານຫຼ້າສຸດວ່າມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ ມີຜູ້ບາດເຈັບ 126 ຄົນ ໃນນັ້ນສາຫັດ 15 ຄົນ.

No comments

Powered by Blogger.