ເຮືອບິນຈີນ-ສະຫະລັດ ປະເຊີນໜ້າກັນໃນທະເລຈີນໃຕ້ - ອິດສະຫຼະ

ເຮືອບິນຈີນ-ສະຫະລັດ ປະເຊີນໜ້າກັນໃນທະເລຈີນໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2017: ໂຄສົກກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນສຸກຜ່ານມາວ່າ ເກີດເຫດປະເຊີນໜ້າ ລະຫວ່າງເຮືອບນິນລາດຕະເວັນ ພີ-3 ໂອໄຣອອນ ຂອງກອງທັບສະຫະລັດ ແລະ ເຮືອບິນເຕືອນໄພທາງອາກາດ ເຄເຈ-200 ຂອງກອງທັບຈີນ ໃນໄລຍະໃກ້ຫ່າງກັນບໍ່ເຖິງ 300 ແມັດ ເຊິ່ງຖືວ່າເປັນ ໄລຍະອັນຕະລາຍ.

ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ຂອງສະຫະລັດເຊື່ອວ່າເປັນເຫດການທີ່ເກີດຂຶ້ນໂດຍບໍ່ໄດ້ເຈດຕະນາ ເນື່ອງຈາກເຫດນການລັກສະນະນີ້ເກີດຂຶ້ນພຽງ 2 ທັງເທົ່ານັ້ນເມື່ອປີທີ່ຜ່ານມາ ແລະ ເທື່ອນີ້ເປັນຄັ້ງທຳອິດໃນປີນີ້.


No comments

Powered by Blogger.