ເມັກຊິກເຕືອນໄພພົນລະເມືອງໃນສະຫະລັດໃຫ້ລະວັງ - ອິດສະຫຼະ

ເມັກຊິກເຕືອນໄພພົນລະເມືອງໃນສະຫະລັດໃຫ້ລະວັງ



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2017: ກະຊວງການຕ່າງປະເທດຂອງເມັກຊິກອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ເຕືອນໄພພົນລະເມືອງເຊິ່ງອາໄສຢູ່ໃນສະຫະລັດ ໃຫ້ເພີ່ມຄວາມລະມັດລະວັງໃນການດຳເນີນຊີວິດປະຈຳວັນ ແລະ ໃຫ້ປະສານງານກັບເຈົ້າໜ້າທີ່ຂອງສະຖານທູດຂອງເມັກຊິກຢ່າງສະໝ່ຳສະເໝີ ເພື່ອຮັບຄຳແນະນຳກ່ຽວກັບແນວທາງໃນການປະຕິບັດຕົນຫາກຕ້ອງພົບກັບສະຖານະການຄັບຂັນໃຫ້ເລື່ອງການເຂົ້າອອກເມືອງທາມກາງຄວາມປ່ຽນແປງທີ່ກຳລັງເກີດຂຶ້ນໃນສະຫະລັດ ອາເມຣິກາ ພາຍຫຼັງສຳນັກງານຕຳຫຼວດກວດຄົນເຂົ້າເມືອງລັດແອຣິໂຊນາເນລະເທດແມ່ຍິງຊາວເມັກຊິກ ເຖິງແມ່ນວ່າລາວຈະໄດ້ຮັບການອະນຸໂລມເລື່ອງເອກະສານຈາກລັດຖະບານໂອບາມາ.

No comments

Powered by Blogger.