ໂດໂນ ທຣຳ ເຕືອນອິຣານ ລະວັງຕົວໃຫ້ດີ - ອິດສະຫຼະ

ໂດໂນ ທຣຳ ເຕືອນອິຣານ ລະວັງຕົວໃຫ້ດີ



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2017 ວ່າປະທານາທິບໍດີ ໂດໂນ ທຣຳ ກ່າວກ່ອນອອກເດີນທາງໄປລັດຟໍຣິດາ ພ້ອມກັບນາຍົກລັດຖະມົນຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ເມື່ອວັນສຸກທີ່ຜ່ານມາວ່າ ປະທານາທິບໍດີ ຮັສຊັນ ໂຣຮານີ ຄວນລະວັງຕົວໄວ້ໃຫ້ດີ ຫຼັງຜູ້ນຳອິຣານກ່າວສຸນທອນພົດໃນພິທີສວນສະໜາມເນື່ອງໃນໂອກາດຄົບຮອບ 38 ປີ ເຫດການປະຕິວັດອິຣານເມື່ອປີ 1979 ໂດຍງານດັ່ງກ່າວໃຊ້ຄຳຂັວນຢ່າງກົງໄປກົງມາວ່າ "ທຳລາຍອາເມຣິກາ" ວ່າ "ຜູ້ໃດກໍ່ຕາມທີ່ໃຊ້ຖ້ອຍຄຳຂົ່ມຂູ່ຕໍ່ອິຣານຈະຕ້ອງເສຍໃຈໃນພາຍຫຼັງ"

ເຊິ່ງຄວາມສຳພັນລະຫວ່າງສະຫະລັດ ອາເມຣິກາກັບອິຣານກັບມາຕຶງຄຽດອີກຄັ້ງ ຫຼັງອິຣານທົດສອບຂີປະນາວຸດເມື່ອວັນທີ 29 ມັງກອນ ທີ່ຜ່ານມາ ຫຼື ພາຍຫຼັງ 1 ອາທິດທີ່ຜູ້ນຳສະຫະລັດໃຊ້ອຳນາດພິເສດສັ່ງຈຳກັດການເຂົ້າເມືອງຂອງພົນລະເມືອງຈາກ 7 ປະເທດ ໂດຍໜຶ່ງໃນນັ້ນຄືອິຣານ ແລະ ຕໍ່ມາກະຊວງການເງິນສະຫະລັດກໍ່ໄດ້ປະກາດມາດຕະການຂວໍ້າບາດທາງເສດຖະກິດຄັ້ງໃໝ່ຕໍ່ລັດຖະບານອິຣານ ເຊິ່ງຜູ້ນຳສູງສຸດຂອງອິຣານກໍ່ໄດ້ວິຈານວ່າ ໂດໂນ ທຣຳ ຄືໂສມໜ້າທີ່ແທ້ຈິງຂອງສະຫະລັດ ອາເມຣິກາ ແລະ ຢືນຢັນວ່າອິຣານບໍ່ເຄີຍຢ້ານກົ່ວຕໍ່ຄຳຂົ່ມຂູ່ຂອງອີກຝ່າຍແຕ່ຢ່າງໃດ.

No comments

Powered by Blogger.