ກ້າວເຂົ້າສູ່ຍຸກ ສັງຄົມກົ້ມໜ້າ ຢ່າງແທ້ຈິງ ດ້ວຍໄຟສັນຍານຂ້າມທາງສ່ອງລົງພື້ນ - ອິດສະຫຼະ

ກ້າວເຂົ້າສູ່ຍຸກ ສັງຄົມກົ້ມໜ້າ ຢ່າງແທ້ຈິງ ດ້ວຍໄຟສັນຍານຂ້າມທາງສ່ອງລົງພື້ນ



ເມືອງ Bodegraven ໃນປະເທດໂຮນລັງ ໄດ້ເຮັດໄຟສັນຍານໃຫ້ສ່ອງລົງພື້ນ ເພື່ອດຶງສະຕິ ແລະ ສາຍຕາຂອງຄົນຍ່າງເວລາຈະຂ້າມທາງອອກຈາກໂທລະສັບມືຖື ເພື່ອຄວາມປອດໄພຕາມເສັ້ນທາງ.

ໄຟສັນຍານດັ່ງກ່າວຈະເຊື່ອມຕໍ່ກັບລະບົບສັນຍານຈາລະຈອນ ໂດຍໃນໄລຍະທຳອິດຈະຕິດຕັ້ງຕາມເສັ້ນທາງທີ່ໃກ້ກັບໂຮງຮຽນກ່ອນ ແລະ ຈະມີການເລັ່ງຕິດຕັ້ງກະຈາຍໄປຕາມເສັ້ນທາງສາຍອື່ນໆ ເຖິງຈະມີອົງກອນດ້ານຄວາມປອດໄພອອກມາວິພາກວິຈານກໍ່ຕາມວ່າ ເປັນການສະໜັບສະໜູນພຶດຕິກຳທີ່ບໍ່ດີ.

No comments

Powered by Blogger.