ຫວຽດນາມ ອອກມາດຕະການຕັ້ງຮັບການແຜ່ລະບາດຂອງໄຂຫວັດສັດປີກ ທີ່ກຳລັງແຜ່ລະບາດໃນຂະນະນີ້ - ອິດສະຫຼະ

ຫວຽດນາມ ອອກມາດຕະການຕັ້ງຮັບການແຜ່ລະບາດຂອງໄຂຫວັດສັດປີກ ທີ່ກຳລັງແຜ່ລະບາດໃນຂະນະນີ້



ສຳນັກຂ່າວຕ່າງປະເທດລາຍງານ 19 ກຸມພາ 2017: ລັດຖະບານຫວຽດນາມໃນມີມາດຕະການເພື່ອຕັ້ງຮັບ ກັບການແຜ່ລະບາດຂອງເຊື້ອໄວຣັດໄຂ້ຫວັດສັດປີກສາຍພັນ H7N9 ທີ່ເຂົ້າມາແຜ່ລະບາດໃນປະເທດ ເຊິ່ງໃນເວລານີ້ເຊື້ອໄວຣັສດັ່ງກ່າວກຳລັງລະບາດຫຼາຍຢູ່ໃນປະເທດຈີນ ແລະ ກຳປູເຈຍ ທາງການມີຄຳເຕືອນໃຫ້ປະຊາຊົນທີ່ຢູ່ຕິດກັບຊາຍແດນຂອງທັງສອງປະເທດ ທີ່ມີການຄ້າຂາຍລະຫວ່າງກັນໃນຂະນະທີ່ມີການແຜ່ລະບາດນີ້ໃຫ້ລະວັງ, ສ່ວນກະຊວງສາທາລະນະສຸກໄດ້ແນະນຳໃຫ້ປະຊາຊົນບໍລິໂພກສະເພາະສັດປີກທີ່ຮູ້ແຫຼ່ງທີ່ມາເທົ່ານັ້ນ ແລະ ກິນອາຫານທີ່ຖືກສຸຂະອະນາໄມ ຫາກພົບເຫັນສັດປີກເຫງົາ ຫຼື ຕາຍໃຫ້ຮີບແຈ້ງທາງການຮັບຮູ້ທັນທີ ຖ້າມີອາການໄຂ້, ໄອ, ເຈັບໜ້າເອິກ ຫຼື ຫຼາຍໃຈລຳບາກຕ້ອງຮີບໄດ້ພົບແພດໝໍທັນທີ.

No comments

Powered by Blogger.