10 ພຶດຕິກຳແສນດີຂອງແຟນໜຸ່ມ ຖ້າມີຄົບຕາມທີ່ບອກມາ ຢ່າປ່ອຍໃຫ້ຫຼຸດມື - ອິດສະຫຼະ

10 ພຶດຕິກຳແສນດີຂອງແຟນໜຸ່ມ ຖ້າມີຄົບຕາມທີ່ບອກມາ ຢ່າປ່ອຍໃຫ້ຫຼຸດມື



ເລື່ອງຂອງຄວາມຮັກ ເປັນເລື່ອງລະອຽດອ່ອນ ບາງຄູ່ຮັກກັນດີ ບາງຄູ່ຜິດຖຽງກັນເລື້ອຍໆ ເຊິ່ງກໍ່ບໍ່ໄດ້ໝາຍຄວາມວ່າຄູ່ຮັກກັນດີຈະຄົບກັນໄດ້ຕະຫຼອດໄປ ໃນທາງກົງກັນຂ້າມ ຄູ່ຮັກທີ່ຜິດຖຽງກັນເລື້ອຍໆອາດຈະຄົບກັບໄດ້ຍືນຍາວຈົນເຖົ້າຈົນແກ່ ເພາະໃນຄວາມເປັນຈິງຄວາມຮັກບໍ່ແມ່ນເລື່ອງຂອງຄົນສອງຄົນ 100% ແຕ່ຍັງມີອົງປະກອບອື່ນໆອີກຫຼາກຫຼາຍທີ່ເຮັດໃຫ້ຄວາມຮັກເກີດການປ່ຽນແປງ ຫາກທ່ານກຳລັງສັບສົນລັງເລກັບຄວາມຮັກໃນປັດຈຸບັນ ວ່າຜູ້ຊາຍຄົນນີ້ຈະເປັນຄົນທີ່ແມ່ນສຳລັບເຮົາແລ້ວຫຼືຍັງ? ລອງກວດເບິ່ງທັງ 10 ຂໍ້ລຸ່ມນີ້ເບິ່ງວ່າ ແຟນຂອງເຮົາມີຈັກຂໍ້?

1. ເປັນຄົນສະເໝີຕົ້ນສະໝີປາຍ: ໃນໄລຍະທຳອິດນໍ້າຕົ້ມຜັກກໍ່ວ່າຫວານ ພໍເວລາຜ່ານໄປເລີ່ມປ່ຽນແປງເຮັດຫຍັງກໍ່ບໍ່ຖືກໃຈ  ເພາະສະນັ້ນຖ້າແຟນໜຸ່ມຂອງເຈົ້າຍັງສະເໝີຕົ້ນສະເໝີປາຍ ເບິ່ງແຍງເອົາໃຈໃສ່ຄືກັບມື້ທຳອິດທີ່ມາຈີບ ກໍ່ເປັນສັນຍານທີ່ດີວ່າແຟນຂອງເຈົ້າຄົນນີ້ ຈະເປັນຕົວຈິງໃນອະນາຄົດໄດ້ບໍ່ຍາກ ແຕ່ກໍ່ຕ້ອງອາໄສເວລາຈັກໜ້ອຍເພື່ອພູສູດໃນຂໍ້ນີ້ ບໍ່ສາມາດຕັດສິນໄດ້ໃນໄລຍະເວລາພຽງບໍ່ພໍເທົ່າໃດເດືອນ.

2. ເປັນຄົນໃຈເຢັນ: ຄົນຄູ່ກັນກໍ່ຄືລີ້ນກັບແຂ້ວ ມີການກະທົບກະເທືອນກັນ ແຕ່ຖ້າການຜິດຖຽງກັນຂອງເຈົ້າກັບແຟນ ເປັນຄືດັ່ງສົງຄາມລ້າງເຜົ່າພັນ ອັນນີ້ເລີ່ມບໍ່ໂອເຄແລ້ວ ເພາະການຜິດຖຽງກັນກໍ່ມາຈາກຄວາມຄິດເຫັນທີ່ບໍ່ກົງກັນ ແຕ່ຖ້າລອງໄດ້ເປີດໃຈຮັບຄວາມຄິດເຫັນຈາກອີກຝ່າຍເບິ່ງ ກໍ່ຈະເປັນເລື່ອງທີ່ດີຫຼາຍ ເຄີຍໄດ້ຍິນບໍ່ວ່າ ບາງຄູ່ຜິດຖຽງກັນຫຼາຍເທົ່າໃດຍິ່ງຮັກກັນຫຼາຍເທົ່ານັ້ນ ນັ້ນເພາະການຜິດຖຽງໃນແຕ່ລະຄັ້ງຈະເຮັດໃຫ້ເຂົ້າໃຈອີກຝ່າຍຫຼາຍຍິ່ງຂຶ້ນ ການມີແຟນທີ່ໃຈເຢັນຈະຊ່ວຍໃຫ້ບັນຍາກາດການຜິດຖຽງເບົາບາງລົງ ແລະ ສາມາດຈົບການໂຕ້ແຍ້ງໄດ້ໄວຂຶ້ນອີກດ້ວຍ

3. ຍອມຮັບຂໍ້ເສຍຂອງເຈົ້າໄດ້: ບໍ່ມີໃຜໃນໂລກນີ້ສົມບູນແບບ ທຸກຄົນຍ່ອມມີຂໍ້ດີຂໍ້ເສຍແຕກຕ່າງກັນໄປ ໃນຍາມຮັກກັນໃໝ່ໆ ຕ່າງຄົນຕ່າງກໍ່ຫຼົງໄຫຼໃນສິ່ງດີໆຈາກອີກຝ່າຍ ແຕ່ພໍດົນນານໄປເລີ່ມເບິ່ງເລື່ອງທີ່ບໍ່ດີຂອງກັນ ແລະ ກັນຫຼາຍຂຶ້ນ ການຍອມຮັບຂໍ້ເສຍຂອງກັນແລະກັນ ຈຶ່ງເປັນເລື່ອງລາວດີໆສຳລັບຄູ່ຮັກທຸກຄູ່ ເພາະນັ້ນໝາຍເຖິງເຈົ້າຈະສາມາດເປັນຕົວຂອງຕົວເອງໄດ້ຢ່າງເຕັມທີ່

4. ບໍ່ຮື້ຟື້ນເລື່ອງໃນອະດີດຂອງເຈົ້າ: ແມ່ນໃຜແດ່ທີ່ບໍ່ມີອະດີດ ເຈົ້າບໍ່ໄດ້ເກີດມື້ວານນີ້ ທຸກຄົນຍ່ອມມີການຜິດພາດ ຫຼື ມີປົມຄວາມຮູ້ສຶກທີ່ບໍ່ດີ ທີ່ເຄີຍເຮັດໄວ້ໃນອະດີດ ຄົງບໍ່ແມ່ນເລື່ອງດີຫາກວ່າມີການຜິດຖຽງກັນ ແຟນໜຸ່ມຂອງເຈົ້າກໍ່ມັກຈະຂຸເລື່ອງເຫຼົ່ານັ້ນມາເວົ້າ ແຟນທີ່ດີກໍ່ຄວນຈະມອງທີ່ປັດຈຸບັນ ແລະ ອະນາຄົດຫຼາຍກວ່າ ອະດີດທີ່ບໍ່ຄວນຈື່ຈຳກໍ່ຢ່າສຸໄປໃສໃຈກັບມັນເຖາະ

5. ບໍ່ລືມມືສຳຄັນຂອງເຈົ້າ: ເຫັນຜູ້ຍິງຫຼາຍຄົນມາຈົ່ມມາວ່າໃຫ້ຟັງວ່າແຟນເພິ່ນມັກລືມມື້ສຳຄັນຢູ່ເລື້ອຍໆ ເຮັດຈັ່ງໃດດີກັບບັນຫາຂໍ້ນີ້ ເພາະຜູ້ຍິງບາງຄົນກໍ່ໂອເວີ້ເກີນໄປ ບາງເທື່ອເພິ່ນມີຮອດມື້ຄົບຄອບຈັບມື້ຄັ້ງທຳອິດ, ວັນຄົບຮອບທີ່ໄປເດດນຳກັນ ຕາມທຳມະຊາດຂອງຜູ້ຊາຍ ກໍ່ຈະບໍ່ຈື່ລາຍລະອຽດກັບເລື່ອງພວກນີ້ປານໃດຢູ່ແລ້ວ ອັນນີ້ຕ້ອງທຳໃຈ ແຕ່ຢາກໃຫ້ໄປເນັ້ນໜັກທີ່ມື້ສຳຄັນຫຼັກໆຫຼາຍກວ່າເຊັ່ນ: ວັດເກີດຂອງເຮົາ, ວັນແຫ່ງຄວາມຮັກ... ກໍ່ພຽງພໍແລ້ວ ຫາກແຟນຂອງເຈົ້າຈື່ໄດ້ບໍ່ລືມ ກໍ່ສະແດງວ່າເຂົາເຈົ້າໃສ່ໃຈເຈົ້າຫຼາຍ

6. ທຸກໆການວາງແຜນໃນອະນາຄົດຂອງເຂົາເຈົ້າ ມີເຈົ້າຢູ່ໃນນັ້ນສະເໝີ: ຂໍ້ນີ້ຖ້າແຟນຂອງໃຜມີ ບອກໄດ້ເລີຍວ່າເປັນຕາໜ້າອິດສາຫຼາຍ, ຊິມີຜູ້ຊາຍຈັກຄົນທີ່ຄົບກັບເຮົາແລ້ວຈິງຈັງ, ໄປໃສ, ເຮັດຫຍັງ, ວາງແຜນເພື່ອເຮົາສະເໝີ ນັ້ນກໍ່ເພາະວ່າເຂົາເຈົ້າວາງເຮົາໄວ້ເປັນສ່ວນໜຶ່ງຂອງຊີວິດໄປແລ້ວ ຈຶ່ງບໍ່ແປກໃຈວ່າເຮັດຫຍັງເຂົາເຈົ້າຈຶ່ງເອົາເຮົາເຂົ້າໄປຢູ່ໃນແຜນອະນາຄົດທຸກໆເລື່ອງ

7. ຢູ່ຄຽງຂ້າງເຮົາໃນມື້ທີ່ພົບບັນຫາ: ບັນຫາ ຫຼື ອຸປະສັກມີເຂົ້າມາຢູ່ຕະຫຼອດແນ່ນອນໃນຊີວິດນີ້ ເພາະສະນັ້ນ, ຫາກເຮົາມີຄົນທີ່ຢູ່ຂ້າງໆຖ້າປອບໃຈ, ແກ້ໄຂບັນຫາໄປພ້ອມໆກັນ ຈະເຮັດໃຫ້ເຮົາຜ່ານຊ່ວງເວລາທີ່ບໍ່ດີໄປໄດ້ແບບບໍ່ໂດດດຽວ ຮ່ວມສຸກກັບເຮົາຜູ້ໃດກໍ່ມາຮ່ວມໄດ້ ແຕ່ການຮ່ວມທຸກຊິມີໃຜແດ່ມາຮ່ວມທຸກກັບເຮົາ ຖ້າຄົນໆນັ້ນເປັນແຟນເຮົາ ຢ່າປ່ອຍໃຫ້ຫຼຸດມື້ໄປເດັດຂາດ

8. ບໍ່ເຄີຍເຮັດໃຫ້ເຮົາເດືອດຮ້ອນເລື່ອງເງິນ: ໃຜວ່າເລື່ອງເງິນບໍ່ສຳຄັນ ຫຼາຍໆຄູ່ເລີກກັນເພາະເລື່ອງນີ້ມາຫຼາຍແລ້ວ ກ່ອນຄົບກັນກໍ່ຄວນຈະໂອລົ້ມກັນໃຫ້ຊັດເຈນ ເວລາກິນໃຜຈ່າຍໃຜລ້ຽງ ຫຼື ຫານກັນ ເອົາຕາມທີ່ເໝາະສົມ ແລະ ທັງສອງຝ່າຍພໍໃຈ ແຕ່ບໍ່ແມ່ນເຮັດໃຫ້ເຮົາເດືອນຮ້ອນ, ດ້ວຍການຢືມເງິນໄປເລື້ອຍໆຄືນແນ່ບໍ່ຄືນແນ່ ບາງຄັ້ງກໍ່ມາເອົາປຽບໃຫ້ເຮົາຈ່າຍຄ່ານັ້ນຄ່ານີ້ໃຫ້ທັງໆທີ່ເຮົາບໍ່ກ່ຽວຂ້ອງ ຖ້າແບບນີ້ຄົງຕ້ອງໂບກມືລາ ແຕ່ຖ້າແຟນຂອງເຮົາບໍ່ມີເລື່ອງນີ້ມາໃຫ້ຫງຸດຫງິດໃຈເລີຍ ຂໍສະແດງຄວາມຍິນດີນຳ

9. ເປັນຫ່ວງຄອບຄົວຂອງເຮົາ: ຜູ້ຊາຍຮັກຄອບຄົວເປັນສິ່ງທີ່ໜ້າຮັກ ແຕ່ຈະດີກວ່ານັ້ນຖ້າຮັກ ແລະ ຫ່ວງໃຍສົ່ງຕໍ່ມາເຖິງຄອບຄົວຂອງເຮົານຳ ເພາະມັນຄືການສະແດງໃຫ້ເຫັນວ່າແຟນຂອງເຮົາ ເຄົາລົບພໍ່ແມ່ເຮົາ ແລະ ໃນອະນາຄົດຫາກຄິດຈະມາກ່ຽວດອງເປັນຄອບຄົວດຽວກັນກໍ່ບໍ່ແມ່ນເລື່ອງຍາກ

10. ຮັກເຮົາຄົນດຽວ: ບໍ່ວ່າແຟນເຮົາຈະຜ່ານເກີນທັງ 9 ຂໍ້ມາຢ່າງຈົບງາມ ແຕ່ມາຕົກມ້າຕາຍຂໍ້ນີ້ຂໍ້ດຽວ ກໍ່ສະແດງຄວາມເສຍໃຈນຳ ແຟນເຈົ້າບໍ່ໄດ້ໄປຕໍ່ເພາະການນອກໃຈ, ນອກກາຍ ຖືເປັນເລື່ອງທີ່ຮັບບໍ່ໄດ້ທີ່ສຸດໃນການຄົບການເປັນແຟນ ຍິ່ງຖ້າຜູ້ທີ່ມີແຟນມັກຫຼິ້ນ ກຽມຕົວກຽມໃຈໄວ້ໄດ້ເລີຍເພາະເຈົ້າຈະຕ້ອງພົບກັບບັນຫາຮັກສາມເສົ້າບໍ່ມີມື້ຈົບແນ່ນອນ.


No comments

Powered by Blogger.