ສົມເດັດວິບຸນປັນຍາ ຮອງນາຍົກກຳປູເຈຍ ເຖິງແກ່ກຳ - ອິດສະຫຼະ

ສົມເດັດວິບຸນປັນຍາ ຮອງນາຍົກກຳປູເຈຍ ເຖິງແກ່ກຳ



ສຳນັກຂ່າວຕ່າງປະເທດລາຍງານ 16 ມີນາ  2017 ວ່າ: ໂຄສົກຄະນະລັດຖະມົນຕີກຳປູເຈຍ ຖະແຫຼງການວ່າ ສົມເດັດ ວິບຸນປັນຍາ ຮອງນາຍົກລັດຖະມົນຕີກຳປູເຈຍ ແລະ ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ ເສຍຊີວິດດ້ວຍໂລກປະຈຳຕົວ ເມື່ອວັນທີ 15 ມີນາ 2017 ເວລາ 18:32 ນາທີ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ຂະນະມີອາຍຸ 66 ປີ.

ການເສຍຊີວິດຂອງສົມເດັດ ວິບຸນປັນຍາ ເກີດຂຶ້ນບໍ່ພໍເທົ່າໃດມື້ຫຼັງຈາກທີ່ໄດ້ຮັບການປະກາດສະຖາປະນາໃຫ້ມີບັນດາສັກເປັນຂຸນນາງຊັ້ນສົມເດັດນາມວ່າ ສົມເດັດວິບຸນປັນຍາ ສົກ ອານ ເມື່ອວັນທີ 13 ມີນາ 2017 ທີ່ຜ່ານມານີ້ ທ່າມກາງຂ່າວສືກ່ຽວກັບບັນຫາເລື່ອງສຸຂະພາບຂອງທ່ານ.

ສົມເດັດ ວິບຸນປັນຍາ ເປັນມືຂວາຂອງສົມເດັດຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ໃນການເຈລະຈາດ້ານຕ່າງປະເທດ ມີບົດບາດຫຼາຍໃນການເມືອງກຳປູເຈຍ.

No comments

Powered by Blogger.