ສະຫະລັດ ອາເມຣິກາ ຕັ້ງຂໍ້ກ່າວຫາ ເຈົ້າໜ້າທີ່ລັດເຊຍແຮັກບັນຊີຜູ້ໃຊ້ Yahoo - ອິດສະຫຼະ

ສະຫະລັດ ອາເມຣິກາ ຕັ້ງຂໍ້ກ່າວຫາ ເຈົ້າໜ້າທີ່ລັດເຊຍແຮັກບັນຊີຜູ້ໃຊ້ Yahoo



ສຳນັກຂ່າວຕ່າງປະເທດລາຍງານ 16 ມີນາ 2017 ວ່າ: ກະຊວງຍຸດຕິທຳຂອງສະຫະລັດ ອາເມຣິກາ ຕັ້ງຂໍ້ກ່າວຫາເຈົ້າໜ້າທີ່ຈາກໜ່ວຍຂ່າວກອງລັດເຊຍ 2 ຄົນ ແລະ ບຸກົຄນອື່ນອີກ 2 ຄົນ ຖານລັກລອບເຈາະຂໍ້ມູນບັນຊີຜູ້ໃຊ້ບໍລິການຂອງບໍລິສັດ Yahoo ຢ່າໜ້ອຍ 500 ລ້ານບັນຊີ.

ກະຊວງຍຸດຕິທຳສະຫະລັດ ລະບຸວ່າ: ທ່ານ Dmitry Dokuchaev ແລະ ທ່ານ Igor Sushchin ເຈົ້າໜ້າທີ່ຈາກນຳນັກງານຄວາມໝັ້ນຄົງລັດເຊຍ ສາມາດເຂົ້າເຖິງຂໍ້ມູນຂອງຜູ້ໃຊ້ບໍລິການບໍລິສັດ Yahoo, google ລວມທັງບໍລິສັດຜູ້ໃຫ້ບໍລິການອື່ນໆອີກຫຼາຍລາຍ ໂດຍຜູ້ຕ້ອງສົງໄສທັງ 2 ໄດ້ວ່າຈ້າງໃຫ້ແຮັກເກີ້ 2 ຄົນ Alexsey Belan ແລະ Karim Baratov ເຮັດໜ້າທີ່ເຈາະຂໍ້ມູນບັນຊີ E-mail

ທ່ານ ນາງ Mary McCord  ຮັກສາການຜູ້ຊ່ວຍລັດຖະມົນຕີຍຸດຕິທຳສະຫະລັດ Alexsey Belan ຖືເປັນໜຶ່ງໃນແຮັກເກີ້ທີ່ສຳນັກງານສອບສວນກາງສະຫະລັດ (FBI) ຕ້ອງການຕົວຫຼາຍທີ່ສຸດ ເນື່ອງຈາກໄດ້ເຄີຍມີການເຈາະຂໍ້ມູນຂອງບໍລິສັດຄ້າຂາຍອອນລາຍຫຼາຍແຫ່ງຂອງສະຫະລັດ ນອກຈາກນີ້ກະຊວງຍຸດຕິທຳສະຫະລັດ ຍັງລະບຸວ່າແຮັກເກີ້ອີກຄົນໜຶ່ງຄື Karim Baratov ໄດ້ຖືກຈັບກຸມຕົວແລ້ວມື້ວານນີ້.


No comments

Powered by Blogger.