ທະຫານມຽນມາປະທະກະບົດໂກກາງຍັງດຸເດືອດ ແລະ ເສຍຊີວິດເປັນຈຳນວນຫຼາຍ - ອິດສະຫຼະ

ທະຫານມຽນມາປະທະກະບົດໂກກາງຍັງດຸເດືອດ ແລະ ເສຍຊີວິດເປັນຈຳນວນຫຼາຍ



ສັກຂ່າວຕ່າງປະເທດລາຍງານ 16 ມີນາ 2017 ວ່າ: ການສູ້ຮົບທີ່ເກີດຂຶ້ນໃນເດືອນນີ້ຢູ່ເຂດເສດຖະກິດໂກກາງຂອງລັດສານ ມຽນມາ ເມື່ອມີນັກຮົບກຸ່ມກະບົດແຕ່ງກາຍດ້ວຍຊຸດເຄື່ອງແບບຕຳຫຼວດ ບຸກໂຈມຕີສະຖານນີຕຳຫຼວດ ແລະ ຄ້າຍທະຫານແບບກະທັນຫັນ ແລະ ນັບຕັ້ງແຕ່ນັ້ນປະຊາຊົນຫຼາຍໝື່ນຄົນຫຼົບໜີຂ້າມແດນເຂົ້າສູ່ປະເທດຈີນ ເຮັດໃຫ້ເມືອງລວກໄກ ເມືອງເອກຂອງເຂດໂກກາງກາຍເປັນເມືອງຮ້າງ.

ແຫຼ່ງຂ່າວໃນກອງທັບມຽນມາເປີເຜີຍວ່າ ມີປະຊາຊົນ ແລະ ຕຳຫຼວດເສຍຊີວິດ 28 ຄົນ ສ່ວນສຳນັກງານຜູ້ບັນຊາການທະຫານບົກເປີດເຜີຍວ່າ ນັກຮົບກະບົດເສຍຊີວິດຢ່າງໜ້ອຍ 46 ຄົນ ຂະນະທີ່ສື່ຂອງລັດຖະບານມຽນມາລາຍງານເມື່ອວັນທີ 14 ມີນາ ວ່າ: ທະຫານກອງທັບລັດຖະບານເສຍຊີວິດຫຼາຍສິບຄົນ ຈາກການຍິງປະທະຄັ້ງຫຼ້າສຸດ.

ຖະແຫຼງການຂອງລັດຖະບານມຽນມາເມື່ອວັນທີ 6 ມີນາຜ່ານມາລະບຸວ່າ ນັກຮົບກະບົດເສຍຊີວິດ 26 ຄົນ ຈາກການຍິງປະທະກັບທະຫານລັດຖະບານ.

ການສູ້ຮົບເປັນໄພຮຸກຮານຕໍ່ຄວາມພະຍາຍາມຂອງທ່ານນາງ ອອງ ຊານ ຊູຈີ ຜູ້ນຳສູງສຸດໂດຍພຶດຕິໄນຂອງມຽນມາ ທີ່ຈະບັນລຸຂໍ້ຕົກລົງສັນຕິພາບກັບຊົນເຜົ່າກຸ່ມນ້ອຍຫຼາຍກຸ່ມ ເຊິ່ງບາງກຸ່ມຈັບອາວຸດຕໍ່ສູ້ກັບລັດຖະບານມຽນມາມາຍາວນານຫຼາຍສິບປີ ການເຈລະນາສັນຕິພາບຮອບທີ 2 ທີ່ກ່ອນໜ້ານີ້ກຳນົດໃນເດືອນກຸມພາຜ່ານມາ ຖືກເລື່ອນໄປເປັນເດືອນພຶດສະພາ.

ເຈົ້າໜ້າທີ່ສະຫະປະຊາຊາດເປີດເຜີຍວ່າ ປະຊາຊົນຢ່າງໜ້ອຍ 50,000 ຄົນ ອົບພະຍົບຈາກບ້ານເຮືອນໃນລັດສານ ແລະ ລັດຄະສິນ ນັບຕັ້ງແຕ່ເດືອນກັນຍາ ປີທີ່ຜ່ານມາ ເພື່ອຫຼົບໜີການສູ້ຮົບ ເຊິ່ງປະຊາຊົນໃນເຂດໂກກາງມີສານສຳພັນໃກ້ຊິດກັບຈີນ ປະຊາຊົນທ້ອງຖິ່ນເວົ້າພາສາຈີນ ແລະ ມີການໃຊ້ເງິນຢວນໂດຍທົ່ວໄປໃນເຂດດັ່ງກ່າວ.


No comments

Powered by Blogger.