ລັດເຊຍຕອບໂຕ້ຂໍ້ກ່າວຫາສະຫະລັດອາເມຣິກາ ວ່າສະໜັບສະໜູນອາວຸດໃຫ້ແກ່ກຸ່ມຕາລີບັນ - ອິດສະຫຼະ

ລັດເຊຍຕອບໂຕ້ຂໍ້ກ່າວຫາສະຫະລັດອາເມຣິກາ ວ່າສະໜັບສະໜູນອາວຸດໃຫ້ແກ່ກຸ່ມຕາລີບັນ



ສຳນັກຂ່າວຕ່າງປະເທດລາຍງານ 25 ມີນາ 2017 ວ່າ: ລັດຖະບານລັດເຊຍປະຕິເສດຂໍ້ກ່າວຫາຂອງນາຍພົນຂອງສະຫະລັດອາເມຣິກາ ທີ່ລະບຸວ່າລັດເຊຍສະໜັບສະໜູນອາວຸດໃຫ້ແກ່ກຸ່ມຕາລີບັນໃນອາຟະການິດສະຖານ ທ່ານ ຊາເມຍ ຄາບູອັອບ ທູດພິເສດ ແລະ ຜູ້ອຳນວຍການຝ່າຍກິດຈະການອັບຟະການິດສະຖານຂອງກະຊວງການຕ່າງປະເທດລັດເຊຍ ກ່າວເມື່ອວັນສຸກທີ່ຜ່ານມາວ່າ ຖ້ອຍຖະແຫຼງຂອງ ພົນເອກ ເຄີຕິສ ສກາປາຣອດຕິ  ຜູ້ບັນຊາການສູງສຸດຂອງກອງກຳລັງພັນທະມິດພາກພື້ນເອີຣົບຂອງອົງການສົນທິສັນຍາອາກລັງຕິກເໜືອ (ນາໂຕ) ຂອງສະຫະລັດອາເມຣິກາ ທີ່ກ່າວຫາລັດຖະບານລັດເຊຍສະໜັບສະໜູນກຸ່ມຕາລີບັນນັ້ນ "ບໍ່ມີມູນຄວາມຈິງ"


No comments

Powered by Blogger.