ດ່ວນ...! ແຈ້ງເຕືອນພາຍຸລະດູຮ້ອນ 12-16/04/2017 ນີ້ ທົ່ວທຸກພາກຂອງປະເທດລາວ - ອິດສະຫຼະ

ດ່ວນ...! ແຈ້ງເຕືອນພາຍຸລະດູຮ້ອນ 12-16/04/2017 ນີ້ ທົ່ວທຸກພາກຂອງປະເທດລາວ



ກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງເຕືອນ ເລກທີ 0293 ລົງວັນທີ 10 ເມສາ 2017 ເນື່ອງຈາກວ່າບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວໃນໄລຍະຫຼາຍວັນຜ່ານມາ ແລະ ຈະສືບຕໍ່ປົກຄຸມຕໍ່ຕື່ມອີກຈົນຮອດໄລຍະຕອນເຊົ້າຂອງວັນທີ 12 ເມສາ 2017, ຫຼັງຈາກນັ້ນມວນອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມອີກເທື່ອໃໝ່ ແລະ ຈະເຮັດໃຫ້ເກີດມີເຂດແລວປະທະຂອງມວນອາກາດຮ້ອນ ແລະ ມວນອາກາດເຢັນ ພ້ອມດຽວກັນນັ້ນ ກະແສລົມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸມ ເຊິ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 12 ຫາ 16 ເມສາ 2017.

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໃສຢູ່ແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ,​ ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບຮົມແຮງ, ຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ, ໝາກເຫັບຕົກ ແລະ ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ ແລະ ເຮືອນຊານເປ່ເພ ຂໍໃຫ້ຫຼີກລ້ຽງການຢູ່ໃກ້ ຫຼື ຈອດລົດຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງກໍ່ສ້າງທີ່ບໍ່ແຂງແຮງ ເພາະຕົ້ນໄມ້ ຫຼື ສິ່ງກໍ່ສ້າງອາດຈະຫັກ ຫຼື ລົ້ມທັບໄດ້, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.


No comments

Powered by Blogger.