ລັດຖະບານເປີດກອງປະຊຸມສະໄໝສາມັນ ປະຈຳເດືອນ ເມສາ 2017 - ອິດສະຫຼະ

ລັດຖະບານເປີດກອງປະຊຸມສະໄໝສາມັນ ປະຈຳເດືອນ ເມສາ 2017



ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ເມສາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ເມສາ ທີ່ຫ້ອງປະຊຸມລັດຖະບານ, ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄວາມເຫັນ ແລະ ຈະໄດ້ພິຈາລະນາເອົາບັນຫາສຳຄັນ ເປັນຕົ້ນ: ການສະຫຼຸບສະພາບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 3 ເດືອນຂ້າມຜ່ານ ທ້າຍປີ 2016, ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດງວດ I, ແຜນງວດ II ປີ 2017 ແລະ ຄາດຄະເນທິດທາງແຜນການ 6 ເດືອນທ້າຍປີ 2017 ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ວຽກງານການສັງລວມໜີ້ສິນຂອງລັດຮ່ວງ 400 ຕື້ ແລະ ສະເໜີການລົງທຶນໃໝ່ຂອງລັດ ປີ 2017, ສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໝົດປີ 2016 ແລະ ການຜັນຂະຫຍາຍແຜນການຈັດຕັ້ງປະຕິບັດແຜນປີ 2017, ການຄຸ້ມຄອງ, ຕິດຕາມລາຄາສິນຄ້າແພງ ທີ່ສົ່ງຜົນກະທົບຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ ແລະ ມາດຕະການແກ້ໄຂ, ການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການໃນ 6 ເດືອນຕໍ່ໜ້າຂອງລັດຖະບານ; ຮ່າງວິໄສ ທັດຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງການເງິນ 2025; ໂຄງການພັດທະນາທ່າເຮືອຫວຸງອາງ ແລະ ການຈັດລະບຽບສັງຄົມ.

ໃນໂອກາດກ່າວໄຂກອງປະຊຸມດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນໃນການຄົ້ນຄວ້າ ແລະ ປະກອບ ຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.

No comments

Powered by Blogger.