ຖ້າໂລກຈະພົບກັບຈຸດຈົບນີ້ຄື 5 ຫົນທາງທີ່ເປັນໄປໄດ້ຫຼາຍທີ່ສຸດ - ອິດສະຫຼະ

ຖ້າໂລກຈະພົບກັບຈຸດຈົບນີ້ຄື 5 ຫົນທາງທີ່ເປັນໄປໄດ້ຫຼາຍທີ່ສຸດ



ຫາກໂລກຈະພົບກັບຈຸດຈົບນີ້ຄື 5 ຫົນທາງທີ່ເປັນໄປໄດ້ຫຼາຍທີ່ສຸດ ບອກໄດ້ເລີຍບໍ່ວ່າທາງໃດກໍ່ຫາຍຍະນະທັງນັ້ນ:

1. ພາວະໂລກຮ້ອນ: ພາວະໂລກຮ້ອນທີ່ເກີດຂຶ້ນຈາກການປ່ຽນແປງສະພາບອາກາດເປັນໄພຮຸກຮານທີ່ເປັນຕາຢ້ານຫຼາຍທີ່ສຸດ ນັກວິທະຍາສາດກ່າວວ່າສະພາບອາກາດຂອງໂລກຈະມີຄວາມຮຸນແຮງຫຼາຍຂຶ້ນຈົນເຮັດໃຫ້ລະບົບນິເວດເສື່ອມສະຫຼາຍ ແລະ ສຸດທ້າຍໂລກຈະກາຍເປັນທະເລຊາຍທີ່ແຫ້ງແລ້ງ ແລະ ບໍ່ເອື້ອອຳນວຍຕໍ່ການດຳລົງຊີວິດອີກຕໍ່ໄປ.

2. ອຸກກາບາດຕຳໂລກ: ນັກວິທະຍາສາດ ແລະ ນັກດາລາສາດຕ່າງກໍ່ພາກັນສະແດງຄວາມເຫັນວ່າ ສິ່ງມີຊີວິດໃນໂລກຂອງເຮົາຕົກຢູ່ໃນຄວາມສ່ຽງຕໍ່ການສູນພັນໄປທຸກເວລາ ດັ່ງທີ່ຮູ້ກັນດີວ່າໂລກເຄີຍຖືກອຸກກາບາດຕຳມາແລ້ວຈົນເປັນເຫດເຮັດໃຫ້ໄດໂນເສົາສູນພັນ.

3. ເຊື້ອໂລກລະບາດ: ນັກວິທະຍາສາດກ່າວວ່າເຊື້ອໂລກສາຍພັນໃໝ່ໆເກີດຂຶ້ນທຸກປີ ໂດຍສະເພາະໂລກຊາ ແລະ ໄຂ້ຫວັດສັດປີທີ່ແຜ່ລະບາດໄປທົ່ວໂລກ ແລະ ຫຼ້າສຸດຄືເຊື້ອໄວຣັສອີໂບລາ ທີ່ເຮັດໃຫ້ຄົນໃນທະວີອາຟຣິກາເສຍຊີວິດເປັນຈຳນວນຫຼາຍ ນັກວິທະຍາສາດຍັງກ່າວຕື່ມອີກວ່າ ຍິ່ງວິທະຍາສາດທາງການແພດຂອງມະສຸດກ້າວໜ້າຫຼາຍເທົ່າໃດ ເຊື້ອໂລກຮ້າຍແຮງຕ່າງໆກໍ່ວິວັດທະນາການຂຶ້ນເລື້ອຍໆ ປຽບດັ່ງພວກມັນພະຍາຍາມຈະເອົາຊະນະມະນຸດໃຫ້ໄດ້.

4. ສົງຄາມນິວເຄຼຍ: ດັ່ງທີ່ຫຼາຍຄົນເຊື່ອວ່າຖ້າໂລກເກີດສົງຄາມຄັ້ງທີ III ຈະມີຄວາມຮຸນແຮງກວ່າສົງຄາມໂລກຄັ້ງທີ່ຜ່ານມາໂດຍບໍ່ສາມາດນຳມາປຽບທຽບກັນໄດ້ ເພາະປະເທດມະຫາອຳນາດຈະລະດົມຍິງຫົວຮົບນິວເຄຼຍໃສ່ກັນ ເຊິ່ງຈະເຮັດໂລກຈະພັງພິນາດດ້ວຍນິວເຄຼຍ ແລະ ເຕັມໄປດ້ວຍກຳມັນຕະພາບລັງສີ ຈົນບໍ່ມີສິ່ງມີຊີວິດໃດໃຊ້ເປັນທີ່ຢູ່ອາໄສໄດ້ອີກ.

5. ປະຊາກອນລົ້ນໂລກ: ຄວາມຢ້ານວ່າມະນຸດຈະລົ້ນໂລກເກີດຂຶ້ນຕັ້ງແຕ່ສະຕະວັດທີ XVIII ໂດຍນັກວິຊາການໄດ້ກ່າວວ່າ ຈຳນວນປະຊາກອນທີ່ຫຼາຍເກີນໄປຈະເຮັດໃຫ້ເກີດຄວາມອຶດຫິວ ແລະ ບັນຫາບໍ່ມີທີ່ຢູ່ອາໄສ, ບໍ່ມີບ່ອນເຮັດກິນ ນັກອະນຸລັກບາງຄົນລະບຸວ່າການເຕີບໃຫຍ່ຂອງຈຳນວນປະຊາກອນມະນຸດເປັນໄພຂົ່ມຂູ່ ແລະ ກ່າວວ່າພາຍໃນອີກ 50 ປີຂ້າງໜ້າມະນຸດຈະພົບກັບບັນຫາດັ່ງກ່າວຢ່າງຫຼີກລ້ຽງບໍ່ໄດ້.

No comments

Powered by Blogger.