ສະຫະລັດອາເມຣິກາເນັ້ນການຂໍຄວາມຮ່ວມມືຈາກຈີນ ເພື່ອແກ້ໄຂບັນຫາເກົາຫຼີເໜືອ - ອິດສະຫຼະ

ສະຫະລັດອາເມຣິກາເນັ້ນການຂໍຄວາມຮ່ວມມືຈາກຈີນ ເພື່ອແກ້ໄຂບັນຫາເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 17 ເມສາ 2017 ວ່າ: ພົນໂທ ເຮີເບີດ ແມັດມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງຂອງລັດຖະບານສະຫະລັດ ໃຫ້ສຳພາດໃນລາຍການຂອງສະຖານນີໂທລະພາບ ABC ເມື່ອວັນອາທິດທີ່ຜ່ານມາວ່າ ສະຫະລັດອາເມຣິກາ ແລະ ຈີນ ເຫັນພ້ອມວ່າບໍ່ສາມາດປ່ອຍໃຫ້ສະຖານະການໃນຄາບສະໝຸດເກົາຫຼີ "ເປັນແບບນີ້ຕໍ່ໄປໄດ້ອີກ" ທ່ານ ແມັດມາສເຕີ ຍັງກ່າວອີກວ່າລັດຖະບານສະຫະລັດ ແລະ ພັນທະມິດກຳລັງພິຈາລະນາທາງເລືອກອື່ນໆ "ທີ່ເປັນໄປໄດ້" ໃນການແກ້ໄຂບັນຫາ ແລະ ຮັບມືກັບເກົາຫຼີເໜືອ ແຕ່ຍັງບໍ່ໄດ້ສະແດງທ່າທີທີ່ຈະໃຊ້ມາດຕະການທາງການທະຫານກັບເກົາຫຼີເໜືອ.

ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດສະແດງທ່າທີທີ່ຍອມຮັບຫຼາຍຂຶ້ນໃນການເພິ່ງພາຄວາມຮ່ວມມືຈາກຈີນເພື່ອແກ້ໄຂສະຖານະການໃນຄາບສະໝຸດເກົາຫຼີ ດ້ວຍການໂພສຂໍ້ຄວາມໃນ Twitter ຢໍ້າເຖິງການບໍ່ປະກາດໃຫ້ລັດຖະບານຈີນມີສະຖານະເປັນ "ລັດທີ່ແຊກແຊງຄ່າຂອງເງິນ" ໃນຂະນະທີ່ອີກຝ່າຍກຳລັງໃຫ້ຄວາມຮ່ວມມືກັບສະຫະລັດໃນການແກ້ໄຂບັນຫາເລື່ອງເກົາຫຼີເໜືອ ແລະ ມີລາຍງານວ່າຜູ້ນຳສະຫະລັດສັ່ງໃຫ້ທີມທີ່ປຶກສາສະເໜີ "ທາງເລືອກທັງໝົດ" ຫາກລັດຖະບານເກົາຫຼີເໜືອຍັງປະຕິເສດທີ່ຈະຢຸດຕິໂຄງການນິວເຄຼຍ.

ເຊິ່ງການທົດສອບຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອມີຂຶ້ນໃນມື້ວານນີ້ (16 ເມສາ) ໂດຍເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງກ່ອນທີ່ຮອງປະທານປະເທດສະຫະລັດ ທ່ານ ໄມ ເພນ ຈະເດີນທາງເຖິງນະຄອນຫຼວງໂຊ ຂອງເກົາຫຼີໃຕ້ ເຊິ່ງຮອງຜູ້ນຳສະຫະລັດກ່າວວ່າ: ເກົາຫຼີເໜືອຍັງສະແດງທ່າທີຍຸຍົງ ແລະ ເປັນໄພຮຸກຮານ ແຕ່ໃນຕອນນີ້ "ຍັງບໍ່ມີຄວາມຈຳເປັນ" ທີ່ສະຫະລັດອາເມຣິກາຈະຕ້ອງໃຊ້ຊັບພະຍາກອນທາງທະຫານເພື່ອຕອບໂຕ້ພຶດຕິກຳນັ້ນ.

No comments

Powered by Blogger.