ອາບູໄຊຢາບຂ້າຕັດຫົວຕົວປະກັນຟິລິບປິນ - ອິດສະຫຼະ

ອາບູໄຊຢາບຂ້າຕັດຫົວຕົວປະກັນຟິລິບປິນ



ສຳນັກຂ່າວຕ່າງປະເທດລາຍງານ 17 ເມສາ 2017 ວ່າ: ທ່ານ ພົນຈັດຕະວາ ຊິຣິລີໂຕ ໂຊເບຈານາ ຜູ້ບັນຊາການຄ້າຍທະຫານເກາະໂຈໂລ ທາງພາກໃຕ້ຂອງຟິລິບປິນເປີດເຜີຍເມື່ອວັນອາທິດທີ່ຜ່ານມາວ່າ ຕົວປະກັນທີ່ເປັນຊາວປະມົງຟິລິບປິນ 3 ຄົນ ຖືກປະຫານຊີວິດໃນປ່າໃກ້ເມືອງປາຕິກໍ ເມື່ອວັນພະຫັດ (13 ເມສາ) ແຕ່ຍັງບໍ່ພົບສົບ.

ຊາວປະມົງ 3 ຄົນນັ້ນແມ່ນຖືກລັກພາຕົວເມື່ອເດືອນທັນວາ 2016 ຂະນະຢູ່ເທິງເຮືອປະມົງ ໃນທະເລເຊເລເບສ.

ທ່ານ ໂຊເບຈານາກ່າວວ່າ ຈາກເບາະແສການຂ່າວເລື່ອງການຂ້າຕົວປະກັນຄັ້ງນີ້ ແມ່ນໜຶ່ງໃນຕົວປະກັນລົ້ມປ່ວຍ ແລະ ກາຍເປັນພາລະເຮັດໃຫ້ການເຄື່ອນຍ້າຍຍາກລຳບາກ ແລະ ຊັກຊ້າ ເນື່ອງຈາກຂະນະນີ້ທະຫານກອງທັບລັດຖະບານໄດ້ອອກກວາດລ້າງໄລ່ລ່າກຸ່ມອາບູໄຊຢາບຄັ້ງໃຫຍ່ອີກຮອບ ແລະ ກ່ອນໜ້ານີ້ອາບູໄຊຢາບໄດ້ຍື່ນຂໍ້ຮຽກຮ້ອງເປັນເງິນຄ່າໄຖ່ຈຳນວນ 3 ລ້ານເປໂຊ ແຕ່ລັດຖະບານຟິລິບປິນຍັງຢຶດໝັ້ນໃນນະໂຍບາຍ ບໍ່ຈ່າຍເງິນຄ່າໄຖ່ໃຫ້ກຸ່ມໂຈນໂດຍເດັດຂາດ.

No comments

Powered by Blogger.