ສະຫະລັດອາເມຣິກາກ່າວ "ຍັງບໍ່ມີຄວາມຈຳເປັນ" ທີ່ຕອບໂຕ້ເກົາຫຼີເໜືອດ້ວຍກຳລັງ - ອິດສະຫຼະ

ສະຫະລັດອາເມຣິກາກ່າວ "ຍັງບໍ່ມີຄວາມຈຳເປັນ" ທີ່ຕອບໂຕ້ເກົາຫຼີເໜືອດ້ວຍກຳລັງ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2017 ວ່າ: ໜຶ່ງໃນທີມທີ່ປຶກສາດ້ານນະໂຍບາຍການຕ່າງປະເທດຂອງສະຫະລັດອາເມຣິກາ ເຊິ່ງໄດ້ເດີນທາງຮ່ວມມາກັບທ່ານ ໄມ ເພນ ຮອງປະທານປະເທດສະຫະລັດອາເມຣິກາ ເພື່ອຢ້ຽມຢາມເກົາຫຼີໃຕ້ໄດ້ກ່າວເຖິງການທົດສອບຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ ທີ່ມີຂຶ້ນໃນຕອນເຊົ້າຂອງວັນທີ 16 ເມສານີ້ວ່າ ການທົດສອບຂີປະນາວຸດດັ່ງກ່າວຍັງຄົງບໍ່ປະສົບຄວາມສຳເລັດ ແລະ ເປັນໄປຕາມທີ່ສະຫະລັດອາເມຣິກາຄາດການໄວ້ຢູ່ແລ້ວ ຈຶ່ງຍັງບໍ່ມີຄວາມຈຳເປັນທີ່ລັດຖະບານສະຫະລັດອາເມຣິກາຈະຕ້ອງໃຊ້ຊັບພະຍາກອນໃດໆກໍ່ຕາມໄປກັບເຫດການທີ່ເກີດຂຶ້ນນີ້.


ສ່ວນທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ຮັບຮູ້ເຖິງເຫດການດັ່ງກ່າວແລ້ວ ແຕ່ຍັງບໍ່ໄດ້ສະແດງທ່າທີໃດໆກໍ່ການທົດສອບຂີປະນາວຸດຂອງເກົາຫຼີເໜືອໃນຄັ້ງນີ້ເທື່ອ.

No comments

Powered by Blogger.