ຈີນ ຮຽກຮ້ອງໃຫ້ລັດເຊຍ ເຂົ້າມາແກ້ໄຂບັນຫາເກົາຫຼີ - ອິດສະຫຼະ

ຈີນ ຮຽກຮ້ອງໃຫ້ລັດເຊຍ ເຂົ້າມາແກ້ໄຂບັນຫາເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2017 ວ່າ: ຈີນຂໍໃຫ້ລັດເຊຍເຂົ້າມາມີບົດບາດໃນການຮ່ວມແກ້ໄຂສະຖານະການ ເພື່ອຜ່ອນຄາຍຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ ທີ່ກຳລັງຕຶງຄຽດຢ່າງໜັກຈາກຄວາມຂັດແຍ່ງລະຫວ່າງເກົາຫຼີເໜືອ ກັບ ສະຫະລັດອາເມຣິກາ, ໂດຍ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນສົນທະນາທາງໂທລະສັບທ່ານ ເຊີເກ ລາຟຣັອບ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍ ເມື່ອວັນສຸກທີ່ຜ່ານມາ ຕາມການເປີດເຜີຍຂອງລັດຖະບານຈີນ.


ເຊິ່ງທັງສອງຝ່າຍເຫັນດີເຫັນພ້ອມເປັນຢ່າງຍິງໃນການນຳຄູ່ກໍລະນີທຸກປະເທດກັບຄືນສູ່ການເຈລະຈາຢ່າງສັນຕິອີກຄັ້ງ ເຊິ່ງໝາຍເຖິງການເຈລະຈາ 6 ຝ່າຍ ທີ່ປະກອບດ້ວຍເກົາຫຼີເໜືອ, ເກົາຫຼີໃຕ້, ຈີນ, ຍີ່ປຸ່ນ, ສະຫະລັດອາເມຣິກາ ແລະ ລັດເຊຍ ທີ່ຕ້ອງໄດ້ຢຸດຕິໄປຕັ້ງແຕ່ປີ 2009 ຫຼັງຈາກການຖອດຕົວຂອງລັດຖະບານເກົາຫຼີເໜືອ ເພື່ອປະທ້ວງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ທີ່ປະນາມການຍິງຈະຫຼວດຂອງເກົາຫຼີເໜືອໃນຄັ້ງນັ້ນ.



ນອກຈາກນີ້ລັດຖະມົນຕີຂອງຈີນ ແລະ ລັດເຊຍຍັງຢືນຢັນວ່າ ການຢຸດຍັ້ງຄວາມວຸ້ນວາຍທີ່ອາດລຸກລາມບານປາຍກາຍເປັນສົງຄາມໃນຄາບສະໝຸດເກົາຫຼີ ເປັນຄວາມພະຍາຍາມໃນການຮັກສາສັນຕິພາບ ແລະ ເພື່ອຜົນໂຫຍດຂອງທຸກຝ່າຍ.

No comments

Powered by Blogger.