ສະຫະລັດອາເມຣິກາເຊື້ອໝັ້ນວ່າຂີປະນາວຸດທີ່ເກົາຫຼີເໜືອທົດສອບມື້ນີ້ບໍ່ແມ່ນຂີປະນາວຸດຂ້າມທະວີບ - ອິດສະຫຼະ

ສະຫະລັດອາເມຣິກາເຊື້ອໝັ້ນວ່າຂີປະນາວຸດທີ່ເກົາຫຼີເໜືອທົດສອບມື້ນີ້ບໍ່ແມ່ນຂີປະນາວຸດຂ້າມທະວີບ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2017 ວ່າ: ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາອອກຖະແຫຼງການຢືນຢັນການກວດສອບຄວາມພະຍາຍາມຂອງເກົາຫຼີເໜືອໃນການທົດສອບຂີປະນາວຸດ ໂດຍເປັນການຍິງອອກຈາກຖານຍິງທີ່ຕັ້ງຢູ່ໃກ້ກັບເມືອງຊິໂປ, ຊາຍຝັ່ງທາງຕາເວັນອອກຂອງເກົາຫຼີເໜືອ ເມື່ອເວລາ 06:21 ນາທີ ຕາມເວລາທ້ອງຖິ່ນຂອງວັນທີ 16 ເມສາ 2017 ໂດຍສະຫະລັດຍັງຢູ່ລະຫວ່າງການກວດສອບປະເພດ ແລະ ໄລຍະທາງຂອງຂີປະນາວຸດລູກນີ້ ແຕ່ໃນເບື້ອງຕົ້ນເຊື່ອວ່າບໍ່ແມ່ນຂີປະນາວຸດຂ້າມທະວີບ (ICBM).

ເຖິງວ່າການທົດສອບຄັ້ງນີ້ຈະບໍ່ປະສົບຄວາມສຳເລັດແຕ່ທາງການສະຫະລັດໄດ້ລາຍງານໃຫ້ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດຮັບຊາບແລ້ວ ນອກຈາກນີ້ເກົາຫຼີໃຕ້ຍັງອອກຖະແຫຼງການປະນາມການທົດສອບຄັ້ງຫຼ້າສຸດນີ້ຂອງເກົາຫຼີເໜືອວ່າເປັນໄພຮຸກຮານຮ້າຍແຮງລະດັບໂລກ.


No comments

Powered by Blogger.