ດ່ວນ...! ເກົາຫຼີເໜືອປະກາດອີກຄັ້ງ ພ້ອມຕອບໂຕ້ທຸກຮູບແບບຂອງສົງຄາມກັບສະຫະລັດອາເມຣິກາ ແລະ ຈະເດີນໜ້າທົດສອບອາວຸດຕໍ່ໄປ - ອິດສະຫຼະ

ດ່ວນ...! ເກົາຫຼີເໜືອປະກາດອີກຄັ້ງ ພ້ອມຕອບໂຕ້ທຸກຮູບແບບຂອງສົງຄາມກັບສະຫະລັດອາເມຣິກາ ແລະ ຈະເດີນໜ້າທົດສອບອາວຸດຕໍ່ໄປ



ສຳນັກຂ່າວຕ່າງປະເທດລາຍງານ 18 ເມສາ 2017 ວ່າ: ທ່ານ ຄິມ ອິນ ຣະຢອງ ອັກຄະລັດຖະທູດເກົາຫຼີເໜືອປະຈຳສະຫະປະຊາຊາດຖະແຫຼງວ່າ ເກົາຫຼີເໜືອພ້ອມທີ່ຈະຕອບໂຕ້ທຸກຮູບແບບຂອງສົງຄາມ ບໍ່ວ່າຈະເປັນການຕອບໂຕ້ດ້ວຍຂີປະນາວຸດ ຫຼື ອາວຸດນິວເຄຼຍ ຫາກສະຫະລັດເລືອກທີ່ຈະໃຊ້ປະຕິບັດການທາງການທະຫານ ແລະ ຈະໃຊ້ການຕອບໂຕ້ຢ່າງເຖິງທີ່ສຸດຕໍ່ການກະທຳທີ່ເປັນການຍຸຍົງ.


ຄຳຖະແຫຼງຂອງອັກຄະລັດຖະທູດເກົາຫຼີເໜືອປະຈຳສະຫະປະຊາຊາດມີຂຶ້ນພາຍຫຼັງມີຄຳກ່າວເຕືອນຈາກທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ທີ່ກຳລັງຢູ່ລະຫວ່າງການຢ້ຽມຢາມເກົາຫຼີໃຕ້ວ່າ ເກົາຫຼີເໜືອບໍ່ຄວນທີ່ຈະມາທົດສອບການແກ້ໄຂບັນຫາຂອງສະຫະລັດ ໂດຍອ້າງເຖິງການໂຈມຕີຂອງສະຫະລັດໃນຊີຣີ ແລະ ຫຼ້າສຸດໃນອາຟະການິດສະຖານ.

ຂະນະທີ່ທ່ານ ຮານ ຊອງ-ຣະຢໍ ລັດຖະມົນຕີຊ່ວຍກະຊວງການຕ່າງປະເທດຂອງເກົາຫຼີເໜືອ ໃຫ້ສຳພາດສຳນັກຂ່າວ BBC ວ່າ: ເກົາຫຼີເໜືອຍັງຈະທຳການທົດສອບຂີປະນາວຸດຕໍ່ໄປ ໂດຍຈະທົດສອບເປັນລາຍອາທິດ, ລາຍເດືອນ ແລະ ລາຍປີ ເຊິ່ງເກົາຫຼີເໜືອເຊື່ອວ່າອາວຸດນິວເຄຼຍຂອງເກົາຫຼີເໜືອຈະຊ່ວຍປົກປ້ອງໄພຮຸນຮານຈາກປະຕິບັດການທາງການທະຫານຂອງສະຫະລັດອາເມຣິກາ.

No comments

Powered by Blogger.