ລັດເຊຍເຕືອນສະຫະລັດ ຢ່າໄດ້ປະຕິບັດກັບເກົາຫຼີເໜືອຄືກັບຊີຣີ - ອິດສະຫຼະ

ລັດເຊຍເຕືອນສະຫະລັດ ຢ່າໄດ້ປະຕິບັດກັບເກົາຫຼີເໜືອຄືກັບຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 18 ເມສາ 2017 ວ່າ: ທ່ານ ເຊີເກ ລາຟຣັອບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວເມື່ອວັນຈັນທີ່ຜ່ານມາວ່າ ແນ່ນອນລັດຖະບານລັດເຊຍບໍ່ມີທາງຍອມຮັບການກະທຳໃດກໍ່ຕາມຂອງເກົາຫຼີເໜືອທີ່ກ່ຽວຂ້ອງກັບການທົດສອບຂີປະນາວຸດຕິດຫົວຮົບນິວເຄຼຍ ເຊິ່ງຖືວ່າຂັດຕໍ່ມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແຕ່ບໍ່ໄດ້ໝາຍຄວາມວ່າປະເທດຄູ່ກໍ່ລະນີຈະສາມາດກະທຳການໃດກໍ່ຕາມຢ່າງລຳພັງໃຈ ເຊິ່ງຂັດຕໍ່ກົດໝາຍລະຫວ່າງປະເທດເຊັ່ນກັນ ລັດເຊຍຫວັງເປັນຢ່າງຍິງວ່າ ເກົາຫຼີເໜືອຈະບໍ່ປະເຊີນໜ້າເຫດການແບບດຽວກັນກັບທີ່ຫາກໍ່ເກີດຂຶ້ນໃນຊີຣີ.

ເຖິງວ່າທ່ານ ລາຟຣັອບ ຈະບໍ່ໄດ້ພາດພິງໂດຍກົງແຕ່ແນ່ນອນວ່ານັ້ນໝາຍເຖິງສະຫະລັດອາເມຣິກາທີ່ໄດ້ລະດົມຍິງຂີປະນາວຸດໂທມາຮັອກ 59 ລູກ ໂຈມຕີຖານທັບອາກາດຊີຣີ ເມື່ອວັນທີ 7 ເມສາ ທີ່ຜ່ານມາ.

ຂະນະທີ່ທ່ານ ໄມ ເພນ ຮອງປະທານປະເທດສະຫະລັດໄດ້ກ່າວລະຫວ່າງການຢ້ຽມຢາມເກົາຫຼີໃຕ້ເມື່ອວັນຈັນທີ່ຜ່ານມາວ່າ ນະໂຍບາຍຄວາມອົດທົດທາງຍຸດທະສາດຂອງສະຫະລັດຕໍ່ເກົາຫຼີເໜືອນັ້ນ "ບໍ່ມີອີກແລ້ວ" ແລະ ເຕືອນລັດຖະບານເກົາຫຼີເໜືອ "ຢ່າລອງຂອງ" ຖ້າບໍ່ເຊັ່ນນັ້ນອາດເກີດເຫດການຊໍ້າຮອຍຊີຣີ ແລະ ອາຟະການິດສະຖານອີກ.

ຄຳຖະແຫຼງດັ່ງກ່າວຂອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍມີຂຶ້ນ ພາຍຫຼັງສຳນັກຂ່າວ Bloomberg ລາຍງານໂດຍອ້າງແຫຼ່ງຂ່າວດ້ານຄວາມໝັ້ນຄົງໃນທຳນຽມຂາວວ່າ ທ່ານ ໂດໂນ ທຣຳ ກຳລັງພິຈາລະນາການໃຊ້ຍຸດທະສາດການໂຈມຕີ "ແບບສາຍຟ້າຜ່າ" ເຊິ່ງແຫຼ່ງຂ່າວລາຍນີ້ກ່າວອີກດ້ວຍວ່າ "ເປົ້າໝາຍ ຂອງຜູ້ນຳສະຫະລັດບໍ່ແມ່ນການລົ້ມອຳນາດທ່ານ ຄິມ ຈອງ-ອຶນ ຫຼື ການຊຸກດັນໃຫ້ເກົາຫຼີເໜືອ ແລະ ເກົາຫຼີໃຕ້ລວມກັນເປັນໜຶ່ງ ແຕ່ຕ້ອງການ "ສັ່ງສອນ" ຜູ້ນຳສູງສຸດຂອງເກົາຫຼີເໜືອເທົ່ານັ້ນ.


No comments

Powered by Blogger.