ສະຫະລັດອາເມຣິກາ ສົ່ງຝູງເຮືອບິນຮົບລ່ອງຫົນໄປຊ້ອມຮົບໃນອັງກິດ ທ່າມກາງຄວາມຕຶງຄຽດກັບລັດເຊຍ - ອິດສະຫຼະ

ສະຫະລັດອາເມຣິກາ ສົ່ງຝູງເຮືອບິນຮົບລ່ອງຫົນໄປຊ້ອມຮົບໃນອັງກິດ ທ່າມກາງຄວາມຕຶງຄຽດກັບລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 18 ເມສາ 2017 ວ່າ: ກອງທັບສະຫະລັດສົ່ງເຮືອບິນຮົບຂັບໄລ່ລ່ອງຫົນລຸ້ນໃໝ່ຫຼ້າສຸດເຖິງປະເທດອັງກິດແລ້ວ ໃນທ້າຍອາທິດທີ່ຜ່ານມາ ເພື່ອສ້າງຄວາມໝັ້ນໃຈແກ່ບັນດາຊາດພັນທະມິດໃນເອີຣົບທີ່ເປັນຫ່ວງທ່າທີອັນແຮງກ້າວຂອງລັດເຊຍ.

ກອງທັບອາກາດຂອງອັງກິດເປີດເຜີຍວ່າ ຝູງເຮືອບິນ F-35A ລົງຈອດເຖິງຖານທັບອາກາດລາເຄນຮິດ ເມື່ອວັນເສດ (15 ເມສາ) ເພື່ອຮ່ວມຊ້ອມຮົບກັບກອງທັບອັງກິດເປັນເວລາຫຼາຍອາທິດ ແລະ ຊາດພັນທະມິດອື່ນໆໃນອົງການສົນທິສັນຍາແອດແລນຕິກເໜືອ (NATO)

ພົນເອກ ທອດ ດີ ວອດເຕີ ຜູ້ບັນຊາການກອງທັບອາກາດສະຫະລັດປະຈຳພາກພື້ນເອີຣົບລະບຸວ່າ ການຊ້ອມຮົບຄັ້ງນີ້ເປັນເລື່ອງຈຳເປັນເພື່ອປະສົມປະສານການເຮັດວຽກຮ່ວມກັນໃຫ້ລ່ຽນໄຫຼ ແລະ ເພີ່ມຄວາມສາມາດດ້ານການປົກປ້ອງອຳນາດອະທິປະໄຕຂອງບັນດາປະເທດບັນທະມິດ.

No comments

Powered by Blogger.