ເຂື່ອນໄຟຟ້ານ້ຳອູ 6 ແລະ 7 ແຂວງຜົ້ງສາລີ ການຮ່ວມທຶນລາວ-ຈີນ ສຳປະທານ 29 ປີ - ອິດສະຫຼະ

ເຂື່ອນໄຟຟ້ານ້ຳອູ 6 ແລະ 7 ແຂວງຜົ້ງສາລີ ການຮ່ວມທຶນລາວ-ຈີນ ສຳປະທານ 29 ປີ



ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ເມື່ອວັນທີ 11 ເມສາ 2017 ທີ່ຜ່ານມາທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມການຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳອູ 6 ແລະ 7 ທີ່ເມືອງຜົ້ງສາລີ ແຂວງຜົ້ງສາລີ ເຊິ່ງມີທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີໃຫ້ການຕ້ອນຮັບ.

ໃນການໄປຢ້ຽມຢາມຄັ້ງນີ້, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ວຽກງານຈຸດສຸມ ການກໍ່ສ້າງຂອງໂຄງການເຂື່ອນໄຟຟ້າ ນ້ຳຕົກ ນ້ຳອູ 6 ແລະ 7 ເຊິ່ງເປັນ 2 ເຂື່ອນ ທີ່ນອນຢູ່ໃນໂຄງການກໍ່ສ້າງເຂື່ອນໄຟຟ້າຕາມສາຍນ້ຳອູ ແລະ ເປັນເຂື່ອນລະບົບຂັ້ນໄດ ໂດຍເປັນການລົງທຶນຮ່ວມລະຫວ່າງ ບໍລິສັດ ຊີໂນໄຮໂດຣ ແຫ່ງ ສປ ຈີນ ຖືຫຸ້ນ 85% ກັບລັດວິສາຫະກິດ ໄຟຟ້າລາວ ຖືຫຸ້ນ 15 ໃນຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນຄືນໃຫ້ລັດຖະບານ (BOT) ໃນໄລຍະສຳປະທານ 29 ປີ ນັບຈາກມື້ຂາຍ ໄຟຟ້າເປັນທາງການ.


ໃນນັ້ນ, ເຂື່ອນໄຟຟ້ານ້ຳອູ 6 ແມ່ນມີກຳລັງຕິດຕັ້ງ 180 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 739 ກິກະວັດໂມງຕໍ່ປີ ຊຶ່ງສຳເລັດການກໍ່ສ້າງ ແລະ ຂາຍໄຟຟ້າ ມາແຕ່ທ້າຍປີ 2016 ເຊິ່ງມີມູນຄ່າການກໍ່ສ້າງ 380 ກວ່າລ້ານໂດລາສະຫະລັດ. ສ່ວນເຂື່ອນໄຟຟ້ານ້ຳອູ 7 ມີກຳລັງຕິດຕັ້ງ 210 ເມັກກາວັດ. ປະຈຸບັນ ພວມດຳເນີນການກໍ່ສ້າງ ໄດ້ປະມານ 10 ກວ່າສ່ວນຮ້ອຍ, ໃນທ້າຍປີ 2017 ຈະໄດ້ມີການອວ່າຍນ້ຳ ເພື່ອດຳເນີນການກໍ່ສ້າງໂຕເຂື່ອນ ແລະ ຄາດວ່າຈະສຳເລັດ ແລະ ຂາຍໄຟຟ້າໄດ້ ໃນປີ 2020 ນີ້ ຊຶ່ງບັນດາເຂື່ອນນ້ຳອູເຫຼົ່ານີ້ ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນ ເພື່ອຕອບສະໜອງໄຟຟ້າ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ ອັນເປັນການປະກອບສ່ວນ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

 ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ຮັບຟັງວຽກງານການຍົກຍ້າຍຈັດສັນ ແລະ ຄຸ້ມຄອງສິ່ງແວດລ້ອມ ໂດຍສະເພາະ ກໍ່ແມ່ນວຽກງານການຍົກຍ້າຍຈັດສັນທີ່ຢູ່ອາໄສ ແລະ ອາຊີບໝັ້ນທ່ຽງ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ, ການຊົດເຊີຍ, ການສຸມໃສ່ແກ້ບັນຫາສິ່ງເສດເຫຼືອ ແລະ ການບຳບັດນ້ຳເປື້ອນ ໃນໄລຍະການກໍ່ສ້າງຂອງໂຄງການ, ການອະນາໄມໜ້າເຂື່ອນ ແລະ ສືບຕໍ່ສຸມໃສ່ຊອກຫາອາຊີບທີ່ຍືນຍົງ ໃຫ້ແກ່ຄອບຄົວ ແລະ ຜູ້ທີ່ຖືກຜົນກະທົບ.

No comments

Powered by Blogger.