ດ່ວນ...! ສື່ທົ່ວໂລກລຸມສະຫະລັດ ກອງເຮືອໂຈມຕີ USS Carl Vinson ບໍ່ໄດ້ໄປຄາບສະໝຸດເກົາຫຼີຕາມທີ່ກ່າວເທື່ອ - ອິດສະຫຼະ

ດ່ວນ...! ສື່ທົ່ວໂລກລຸມສະຫະລັດ ກອງເຮືອໂຈມຕີ USS Carl Vinson ບໍ່ໄດ້ໄປຄາບສະໝຸດເກົາຫຼີຕາມທີ່ກ່າວເທື່ອ



ສຳນັກຂ່າວ CNN ລາຍງານ 18 ເມສາ 2017 ວ່າ: ກະຊວງປ້ອງກັນປະເທດຂອງສະຫະລັດກັບທຳນຽມຂາວສື່ສານກັນຜິດພາດ ກ່ຽວກັບກອງເຮືອຮົບທີ່ນຳໂດຍເຮືອບັນທຸກເຮືອບບິນ Carl Vinson ຈົນກໍ່ໃຫ້ເກີດຄຳຖາມ ເປັນຫຍັງຈຶ່ງແລ່ນລົງໃຕ້ໄປມະຫາສະໝຸດອິນເດຍ ແທນທີ່ຈະໄປຂຶ້ນເໜືອໄປຄາບສະໜຸດເກົາຫຼີຕາມທີ່ ປ.ທຣຳ ປະກາດກ້ອງໄປທົ່ວໂລກ.

ໃນມື້ນີ້ (18 ເມສາ) ສື່ຫຼາຍສຳນັກໃນສະຫະລັດລມທັງ CNN ລາຍງານວ່າ ລັດຖະບານສະຫະລັດກຳລັງເຮັດໃຫ້ທຸກຄົນເຂົ້າໃຈຜິດ ຫຼື ຢ່າງໜ້ອຍກໍ່ບໍ່ແກ້ໄຂຂໍ້ມູນທີ່ຖືກຕ້ອງ ໂດຍບອກວ່າຕົນເອງໄດ້ສົ່ງເຮືອບັນທຸກເຮືອບິນ Carl Vinson ກັບກອງເຮືອຮົບເດີນທາງຂຶ້ນໄປທາງເໜືອສູ່ທະເລຍີ່ປຸ່ນບໍລິເວນຄາບສະໝຸດເກົາຫຼີ ຈົນເຮັດໃຫ້ເກີດຄວາມຕຶງຄຽດທີ່ຮຸນແຮງຂຶ້ນ ທັງທີ່ໃນຄວາມເປັນຈິງແລ້ວ ກອງເຮືອດັ່ງກ່າວກຳລັງແລ່ນລົງໄປທາງໃຕ້ທີ່ກົງກັນຂ້າມກັນ ເພື່ອໄປຊ້ອມຮົບກັບອົດສະຕຣາລີໃນມະຫາສະໝຸດອິນເດຍເຊິ່ງຢູ່ຫ່າງອອກໄປປະມານ 3,500 ໄມ.

ຂ່າວເລື່ອງການສົ່ງກອງເຮືອຮົບສະຫະລັດໄປຄາບສະໝຸດເກົາຫຼີເກີດຂຶ້ນໃນວັນທີ 8 ເມສາ 2017 ຫຼັງຈາກກອງບັນຊາການປາຊິຟິກຂອງສະຫະລັດ ທີ່ຄວບຄຸມການປະຕິບັດໜ້າທີ່ທາງການທະຫານຂອງສະຫະລັດໃນມະຫາສະໝຸດປາຊິຟິກ ອອກຖະແຫຼງວ່າ ເຮືອບັນທຸກເຮືອບິນ Carl Vinson ແລະ ກອງເຮືອບຕິດຕາມໄດ້ຮັບຄຳສັ່ງໃຫ້ອອກຈາກນ່ານນໍ້າສິງກະໂປ ມຸ່ງໜ້າໄປມະຫາສະໝຸດປາຊິຟິກຕາເວັນຕົກ.

ຈາກນັ້ນທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ແລະ ຜູ້ຊ່ວຍລະດັບສູງຫຼາຍຄົນ ກໍ່ອອກມາກ່າວເນັ້ນຢໍ້າກ່ຽວກັບການເຄື່ອນກອງເຮືອຮົບ ວ່າເປັນສ່ວນໜຶ່ງໃນແຜນຂອງລັດຖະບານເພື່ອຕອບໂຕ້ການທົດສອບຍິງຂີປະນາວຸດຂອງເກົາຫຼີເໜືອ.

ຕໍ່ມາເຈົ້າໜ້າທີ່ສະຫະລັດຄົນໜຶ່ງໄດ້ຊີ້ແຈ້ງຕໍ່ CNN ວ່າ ກອງເຮືອຮົບກຸ່ມນີ້ຈະເດີນທາງໄປຄາບສະໝຸດເກົາຫຼີພາຍຫຼັງຮ່ວມຊ້ອມຮົບກັບກອງທັບເຮືອອົດສະຕຣາລີຕາມກຳນົດການທີ່ວາງໄວ້ໃຫ້ສຳເລັດກ່ອນ ເຖິງຢ່າງໃດກໍ່ຕາມພົນເອກ ເຈມ ແມັດຕີສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດບອກກັບຜູ້ສື່ຂ່າວເມື່ອອາທິດກ່ອນວ່າ ກຳນົດການຊ້ອມຮົບດັ່ງກ່າວໄດ້ຖືກຍົກເລີກແລ້ວ ເຮັດໃຫ້ເກີດຄວາມເຊື່ອວ່າກອງເຮືອຮົບສະຫະລັດ ກຳລັງເດີນທາງໄປສູ່ຄາບສະໝຸດເກົາຫຼີແທ້.

ເຖິງຢ່າງໃດກໍ່ຕາມຫຼ້າສຸດ ມີການເຜີຍແຜ່ພາບຖ່າຍສີມືເຈົ້າໜ້າທີ່ກອງເຮືອ USS Carl Vinson ເຊິ່ງສະແດງໃຫ້ເຫັນວ່າ ໃນວັນທີ 15 ເມສາ 2017 ທີ່ຜ່ານມາ ກອງເຮືອກຸ່ມນີ້ຍັງຢູ່ໃນນ່ານນໍ້າບໍລິເວນຊ່ອງແຄບຊຸນດາ ຂອງອິນໂດເນເຊຍ ໝາຍຄວາມວ່າ ນັບຕັ້ງແຕ່ວັນທີ 8-15 ເມສາ ກອງເຮືອກຸ່ມນີ້ເດີນທາງລົງໃຕ້ ເພື່ອໄປມະຫາສະໝຸດອິນເດຍ ບໍ່ໄດ້ໄປຄາບສະໝຸດເກົາຫຼີຕາມທີ່ກ່າວໄວ້.

ພາຍຫຼັງສື່ໃນສະຫະລັດມີການຕັ້ງຂໍ້ສັງເກດເຫຼົ່ານີ້ອອກມາ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານສະຫະລັດ ກໍ່ອອກມາກ່າວຂໍໂທດທີ່ມີການສື່ສານກັນຜິດພາດລະຫວ່າງກະຊວງປ້ອງກັນປະເທດ ກັບ ທຳນຽມຂາວ ວ່າເປັນຕົ້ນເຫດເຮັດໃຫ້ເກີດຄວາມເຂົ້າໃຈຜິດ ໂດຍ CNN ລາຍງານວ່າ ຈາກການເປີດເຜີຍຂອງເຈົ້າໜ້າທີ່ສະຫະລັດລະບຸ ກອງເຮືອຮົບ USS Carl Vinson ຈະເຖິງຄາບສະໝຸດເກົາຫຼີປາຍເດືອນເມສານີ້.

No comments

Powered by Blogger.