ສະຫະລັດອາເມຣິກາສົ່ງ F-22 ຂຶ້ນສະກັດເຮືອບິນຖິ້ມລະເບີດຂອງລັດເຊຍ ເທິງນ່ານຟ້ານອກຝັ່ງອາລາສກາ - ອິດສະຫຼະ

ສະຫະລັດອາເມຣິກາສົ່ງ F-22 ຂຶ້ນສະກັດເຮືອບິນຖິ້ມລະເບີດຂອງລັດເຊຍ ເທິງນ່ານຟ້ານອກຝັ່ງອາລາສກາ



ສຳນັກຂ່າວ CNN ລາຍງານວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາຢືນຢັນວ່າ ເມື່ອວັນຈັນທີ 17 ເມສາ 2017 ກອງທັບສະຫະລັດໄດ້ສົ່ງເຮືອບິນຮົບ F-22 ຈຳນວນ 2 ລຳ ເຂົ້າສະກັດເຮືອບິນຖິ້ມລະເບີດໄລຍະໄກ "TU-95 Bear " 2 ລຳຂອງລັດເຊຍທີ່ກຳລັງບິນຢູ່ໃນນ່ານຟ້າສາກົນນອກຊາຍຝັ່ງລັດອາລາສກາຂອງສະຫະລັດອາເມຣິກາ.

ການສົ່ງເຮືອບິນຮົບເຂົ້າສະກັດຄັ້ງນີ້ ກອງທັບສະຫະລັດລະບຸວ່າ: ເປັນໄປຢ່າງປອດໄພ ແລະ ເປັນມືອາຊີບ ໂດຍຈຸດເກີດເຫດຢູ່ຫ່າງຈາກເກາະໂຄດິແອັດ ຂອງລັດອາລາສກາ ເຊິ່ງເຮືອບິນຂອງລັດເຊຍບິນເຂົ້າມາໃນເຂດສະແດງຕົນເພື່ອການປ້ອງກັນໄພທາງອາກາດ (Air Defense Identification Zone - ADIZ) ຂອງລັດອາລາສກາ ດັ່ງນັ້ນ, ຈຶ່ງໄດ້ສົ່ງເຮືອບິນຮົບຂຶ້ນສະກັດ ແຕ່ບໍ່ມີການຕິດຕໍ່ກັນລະຫວ່າງນັກບິນຂອງທັງ 2 ຝ່າຍແຕ່ຢ່າງໃດ ແລະ ເປັນເຫດການປົກກະຕິທີ່ເຄີຍເກີດຂຶ້ນມາແລ້ວໃນອະດີດ.

ເຊິ່ງເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ "ລັດເຊຍກຳລັງພະຍາຍາມສະແດງຄວາມອາດສະມາດຂອງຕົນຕໍ່ສະຫະລັດ ໂດຍການສົ່ງເຮືອບິນເຂົ້າມາໃກ້ຊາຍຝັ່ງຂອງສະຫະລັດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໃຫ້ ເພື່ອໃຫ້ຮູ້ວ່າລັດເຊຍຍັງຢູ່ນີ້ ທ່າມກາງຄວາມຕຶງຄຽດລະຫວ່າງ 2 ປະເທດ ແລະ ເພື່ອເບິ່ງປະຕິກິລະຍາຂອງພວກເຮົາວ່າເປັນແບບໃດ"

ໂດຍເມື່ອເດືອນ ກໍລະກົດ ປີ 2015 ເຫດການລັກສະນະນີ້ເຄີຍເກີດຂຶ້ນ ໂດຍເຮືອບິນຮົບຂອງສະຫະລັດໄດ້ບິນຂຶ້ນສະກັດເຮືອບິນຖິ້ມລະເບີດໄລຍະໄກຂອງລັດເຊຍຢູ່ນອກຊາຍຝັ່ງລັດຄາລິຟໍເນຍ ໂດຍນັກບິນທັງ 2 ຝ່າຍໄດ້ຕິດຕໍ່ກັນ ແລະ ນັກບິນລັດເຊຍສົ່ງຂໍ້ຄວາມກັບມາວ່າ "ສະບາຍດີສະຫະລັດອາເມຣິກາ ພວກເຮົາມາທັກທາຍທ່ານໃນວັນຊາດທີ 4 ກໍລະກົດ".

No comments

Powered by Blogger.