Air China ງົດບິນໄປເກົາຫຼີເໜືອ ເພາະເປັນຫ່ວງເລື່ອງຄວາມປອດໄພ - ອິດສະຫຼະ

Air China ງົດບິນໄປເກົາຫຼີເໜືອ ເພາະເປັນຫ່ວງເລື່ອງຄວາມປອດໄພ



ສຳນັກຂ່າວຕ່າງປະເທດລາຍງານ 15 ເມສາ 2017 ວ່າ: ສາຍການບິນ Air China ທີ່ເປັນສາຍການບິນແຫ່ງຊາດຂອງຈີນ ຈະງົດການໃຫ້ບໍລິການຜູ້ໂດຍສານລະຫວ່າງນະຄອນຫຼວງປັກກິ່ງຂອງຈີນກັບນະຄອນຫຼວງປຽງຢາງຂອງເກົາຫຼີເໜືອ ຕັ້ງແຕ່ວັນຈັນນີ້ (17 ເມສາ) ເປັນຕົ້ນໄປ ໂດຍຖ່ຽວບິນສຸດທ້າຍເດີນທາງເຖິງນະຄອນຫຼວງປັກກິ່ງໃນເວລາ 18:00 ຂອງວັນສຸກທີ່ຜ່ານມາ ໂດຍໃຫ້ເຫດຜົນວ່າຢ້ານບໍ່ປອດໄພ ເພາະລັດຖະບານຈີນເຕືອນວ່າ ຄວາມຕຶງຄຽດໃນຄາບສະໝຸດເກົາຫຼີມີໂອກາດຈະລຸກລາມເປັນສົງຄາມໄດ້ຕະຫຼອດເວລາ.

No comments

Powered by Blogger.