ດ່ວນ...! ຍີ່ປຸ່ນ ເລັ່ງຫາທາງອົບພະຍົບປະຊາຊົນຂອງຕົນອອກຈາກເກົາຫຼີໃຕ້ - ອິດສະຫຼະ

ດ່ວນ...! ຍີ່ປຸ່ນ ເລັ່ງຫາທາງອົບພະຍົບປະຊາຊົນຂອງຕົນອອກຈາກເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2017 ວ່າ: ສະພາຄວາມໝັ້ນຄົງແຫ່ງຊາດຍີ່ປຸ່ນປະຊຸມວະລະສຸກເສີນ ໃນນະຄອນຫຼວງໂຕກຽວ ເມື່ອວັດພະຫັດທີ່ຜ່ານມາ ເພື່ອຫາແນວທາງໃນການອົບພະຍົບຊາວຍີ່ປຸ່ນເກືອບ 60,000 ຄົນ ອອກຈາກເກົາຫຼີໃຕ້.

ໂດຍໃນກອງປະຊຸມໄດ້ກ່າວເຖິງການສົ່ງເຮືອບິນໂດຍສານເພື່ອອົບພະຍົມຊາວຍີ່ປຸ່ນອອກຈາກດິນແດນຂອງເກົາຫຼີໃຕ້ ແລະ ອາດຈະສົ່ງເຮືອບິນ ແລະ ເຮືອຂອງກອງທັບເຂົ້າຮ່ວມອີກດ້ວຍ ຫາກລັດຖະບານເກົາຫຼີໃຕ້ຕົກລົງ.

ນອກຈາກນີ້ໃນກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບວີທີການຮັບມືກັບຄື້ນຜູ້ອົບພະຍົບຊາວເກົາຫຼີເໜືອທີ່ຈະໄຫຼເຂົ້າປະເທດຍີ່ປຸ່ນຫາກເກີດສົງຄາມ ເຊິ່ງເຊື່ອວ່າຕ້ອງມີໜ່ວຍສາຍລັບເກົາຫຼີເໜືອແຝງຕົວມານຳ.

ສ່ວນທ່ານ ໂຢຊິຮິເດະ ສຶກະ ຫົວໜ້າເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ກ່າວລະຫວ່າງການຖະແຫຼງເມື່ອວັນສຸກນີ້ວ່າ: ລັດຖະບານຍີ່ປຸ່ນຍັງຄົງຕິດຕາມສະຖານະການ ລວມທັງເກັບຮວບຮວມ ແລະ ວິເຄາະຂໍ້ມູນ ກ່ຽວກັບການເຄື່ອນໄຫວຂອງເກົາຫຼີເໜືອຢູ່ຕະຫຼອດເວລາ ແຕ່ທ່ານ ສຶກະບໍ່ຂໍເປີດເຜີຍລາຍລະອຽດ ພຽງແຕ່ກ່າວວ່າຂະນະນີ້ຍີ່ປຸ່ນຕິດຕໍ່ປະສານງານຢ່າງໃກ້ຊິດກັບສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ ພ້ອມກັບຢໍ້າວ່າ ລັດຖະບານຍີ່ປຸ່ນພ້ອມຈະໃຊ້ມາດຕະການທຸກຢ່າງທີ່ຈຳເປັນ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນຂອງຕົນ.

No comments

Powered by Blogger.