ຜູ້ນຳຈີນຮຽກຮ້ອງໃຫ້ທຸກຝ່າຍ "ອົດທົນອົດກັ້ນ" ຕໍ່ບັນຫາແຫຼມເກົາຫຼີ - ອິດສະຫຼະ

ຜູ້ນຳຈີນຮຽກຮ້ອງໃຫ້ທຸກຝ່າຍ "ອົດທົນອົດກັ້ນ" ຕໍ່ບັນຫາແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 24 ເມສາ 2017 ວ່າ: ໂດຍອີງຕາມລາຍງານຂອງສຳນັກຂ່າວຊິນຫົວ ວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ໄດ້ສົນທະນາກັນທາງໂທລະສັບ ກ່ຽວກັບສະຖານະການປັດຈຸບັນໃນແຫຼມເກົາຫຼີ ໂດຍຜູ້ນຳຈີນຢືນຢັນວ່າລັດຖະບານຈີນຄັດຄ້ານທຸກການກະທຳທີ່ອາດຂັດຕໍ່ມະຕິຂອງຄະມະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍ "ສະແດງຄວາມຮັບຜິດຊອບ" ດ້ວຍການອົດທົນທົດກັ້ນ ແລະ ໃຊ້ວິທີການສັນຕິເພື່ອຫຼຸດຜ່ອນຄວາມຂັດແຍ່ງ.

No comments

Powered by Blogger.