ທ່ານນາຍົກ ໃຫ້ກຽດຕ້ອນຮັບຄະນະຜູ້ແທນຫວຽດນາມ - ອິດສະຫຼະ

ທ່ານນາຍົກ ໃຫ້ກຽດຕ້ອນຮັບຄະນະຜູ້ແທນຫວຽດນາມ



ໃນວັນທີ 5 ເມສາ 2017 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ໂຮ ດຶກ ຟອກ (Ho Due Phoc) ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສສ ຫວຽດນາມ ໃນໂອກາດທີ່ທ່ານ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງ ການ ໃນລະຫວ່າງ ວັນທີ 3-7 ເມສາ ນີ້.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ກ່າວຍິນດີຕ້ອນຮັບ, ພ້ອມຕີລາຄາສູງ ຕໍ່ທ່ານ ໂຮ ດຶກ ຟອກ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມ ຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການພົວພັນຮ່ວມມື ຂອງສອງອົງການກວດສອບແຫ່ງລັດ ລາວ ແລະ ຫວຽດນາມ ທີ່ໄດ້ມີການສະໜັບສະໜູນ, ຊ່ວຍເຫຼືອ, ໄປມາຫາສູ່ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຮັດໃຫ້ນັບມື້ມີໝາກມີຜົນຕົວຈິງພົ້ນເດັ່ນຂຶ້ນເປັນກ້າວໆ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ໄປຍັງການນຳຂັ້ນສູງ ຂອງພັກ ແລະ ລັດຖະ ບານ ແຫ່ງ ສສ ຫວຽດນາມ ຕື່ມອີກ.

ໂອກາດດຽວກັນ, ທ່ານ ໂຮ ດຶກ ຟອກ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງ ແຈ້ງຈຸດປະສົງ ແລະ ໝາກຜົນຂອງການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ສປປ ລາວ ໃນຄັ້ງນີ້ ລວມທັງ ສະພາບການເຕີບໃຫຍ່ຂະຫຍາຍຕົວ ກໍ່ຄື ຜົນສຳເລັດ ທີ່ອົງການກວດສອບແຫ່ງລັດ ແຫ່ງ ສສ ຫວຽດນາມ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ກ່າວເຊີນທ່ານນາຍົກລັດຖະມົນຕີ ໄປຢ້ຽມຢາມ ອົງການກວດສອບແຫ່ງລັດ ແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເໝາະສົມ ຕື່ມອີກ.

No comments

Powered by Blogger.