ລັດເຊຍ ແລະ ພັນທະມິດພ້ອມຕອບໂຕ້ດ້ວຍກຳລັງ ຫາກສະຫະລັດລໍ້າເສັ້ນອີກ - ອິດສະຫຼະ

ລັດເຊຍ ແລະ ພັນທະມິດພ້ອມຕອບໂຕ້ດ້ວຍກຳລັງ ຫາກສະຫະລັດລໍ້າເສັ້ນອີກ



ສຳນັກຂ່າວຕ່າງປະເທດລາຍງານ 10 ເມສາ 2017 ວ່າ: ສູນປະຕິບັດການຮ່ວມທາງການທະຫານລະຫວ່າງລັດເຊຍ, ອີຣານ ແລະ ກອງກຳລັງທີ່ເປັນພັນທະມິດລັດຖະບານຊີຣີ ລວມເຖິງກຸ່ມ Hezbollah ເປີດເຜີຍຖະແຫຼງການວ່າ ປະຕິບັດການທາງການທະຫານອັນລ່ວງເກີນຂອງສະຫະລັດອາເມຣິກາໃນຊີຣີຄືການ "ລໍ້າເສັ້ນໝາຍທີ່ຂີດໄວ້" ນັບຈາກນີ້ຫາກເກີດເຫດການຊໍ້າຮອຍອີກ ພັນທະມິດຂອງລັດຖະບານຊີຣີພ້ອມຕອບໂຕ້ຢ່າງເຕັມກຳລັງ.

ສ່ວນທ່ານ ອະຢາໂຕເລາະ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣານ ກ່າວເມື່ອວັນອາທິດທີ່ຜ່ານມາວ່າ: ການທີ່ສະຫະລັດຕັດສິນໃຈໃຊ້ກຳລັງທາງການທະຫານຕໍ່ຊີຣີຖືເປັນແຜນຍຸດທະສາດທີ່ຜິດພາດຢ່າງຮ້າຍແຮງ

No comments

Powered by Blogger.