ປ.ທຣຳ ອ້າງວ່າຄຳສັ່ງໂຈມຕີຖານທັບອາກາດຊີຣີ "ຖືກຕ້ອງຕາມກົດໝາຍ" - ອິດສະຫຼະ

ປ.ທຣຳ ອ້າງວ່າຄຳສັ່ງໂຈມຕີຖານທັບອາກາດຊີຣີ "ຖືກຕ້ອງຕາມກົດໝາຍ"



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ຍື່ນໜັງສືຕໍ່ທ່ານ ພໍ ໄຣອັນ ປະທານສະພາຜູ້ແທນປະຊາຊົນ ເມື່ອວັນເສົາທີ່ຜ່ານມາເພື່ອຊີ້ແຈງກ່ຽວກັບການໃຊ້ຄຳສັ່ງໃຫ້ກອງທັບປະຕິບັດການໂຈມຕີທາງອາກາດໃນຊີຣີ ເມື່ອວັນສຸກທີ່ຜ່ານມາ ດ້ວຍການລະດົມຍິງຂີປະນາວຸດ Tomahawk ຈຳນວນ 59 ລູກ ຈາກເຮືອພິຄາດໃນທະເລເມດີເຕີເຣນຽນ ໂຈມຕີຖານທັບອາກາດຂອງຊີຣີທີ່ຢູ່ພາກຕາເວັນຕົກຂອງປະເທດ ວ່າເປັນການປົກປ້ອງຜົນປະໂຫຍດດ້ານນະໂຍບາຍຕ່າງປະເທດ ແລະ ພື້ນຖານຄວາມໝັ້ນຄົງຂອງຊາດ.


ເຊິ່ງຜູ້ນຳສະຫະລັດຢືນຢັນວ່າ ຄຳສັ່ງດັ່ງກ່າວເປັນໄປຕາມມະຕິອຳນາດສົງຄາມ ສະບັບປີ 1973 ທີ່ມອບອຳນາດໃຫ້ຜູ້ດຳລົງຕຳແໜ່ງປະທານາທິບໍດີ "ປະກາດສົງຄາມ" ຫຼື "ແຊກແຊງທາງການທະຫານ" ຕໍ່ລັດໃດລັດໜຶ່ງ ເຊິ່ງເກີດສະຖານະການຮຸນແຮງ ແລະ ເປັນໄພ ທີ່ອາດສົ່ງຜົນກະທົບຕໍ່ສະຫະລັດໃນອະນາຄົດ ໂດຍປະຕິບັດການທາງການທະຫານຕ້ອງສຳເລັດພາຍໃນ 60 ວັນ ແລະ ກອງທັບສະຫະລັດມີເວລາບໍ່ເກີນ 30 ໃນການຖອນທະຫານ.

ເຖິງຢ່າງໃດກໍ່ຕາມ ການໃຊ້ມະຕິອຳນາດສົງຄາມຂອງຜູ້ນຳສະຫະລັດຈຳເປັນຕ້ອງຍື່ນຕໍ່ສະພາພາຍໃນເວລາ 48 ຊົ່ວໂມງ ເພື່ອຂໍຮັບການພິຈາລະນາອະນຸມັດດ້ວຍສຽງສະໜັບສະໜູນຢ່າງໜ້ອຍ 2 ໃນ 3 ກ່ອນ.


No comments

Powered by Blogger.