ດ່ວນ...! ສະຫະລັດອາເມຣິກາ ສົ່ງເຮືອບັນທຸກເຮືອບິນຮົບ-ເຮືອຍິງຂີປະນາວຸດ ໄປຄາບສະໝຸດເກົາຫຼີ - ອິດສະຫຼະ

ດ່ວນ...! ສະຫະລັດອາເມຣິກາ ສົ່ງເຮືອບັນທຸກເຮືອບິນຮົບ-ເຮືອຍິງຂີປະນາວຸດ ໄປຄາບສະໝຸດເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2017 ວ່າ: ກອງທັບສະຫະລັດອາເມຣິກາ ມີຄຳສັ່ງໃຫ້ກອງເຮືອໂຈມຕີ USS Carl Vinson ເຄື່ອນໄປປະຈຳການບໍລິເວນຄາບສະໝຸດເກົາຫຼີແລ້ວ ຕາມມາດຕະການກຽມຄວາມພ້ອມຫາກເກີດເຫດຮຸນແຮງຈາກການໂຈມຕີຂອງເກົາຫຼີເໜືອ.

ກອງບັນຊາການປາຊີຟິກຂອງກອງທັບສະຫະລັດອ້າງວ່າ: ເກົາຫຼີເໜືອຍັງຄົງເປັນໄພຮຸກຮານອັນດັບໜຶ່ງໃນພູມມິພາກ ດ້ວຍພຶດຕິກຳທີ່ເຮັດຕາມອາລົມ, ໄຮ້ຄວາມຮັບຜິດຊອບ ລວມທັງມີການທົດສອບຂີປະນາວຸດ ແລະ ທົດລອງນິວເຄຼຍຫຼາຍຄັ້ງທີ່ຜ່ານມາຂອງເກົາຫຼີເໜືອ ເຊິ່ງເຮັດໃຫ້ພູມິພາກຂາດສະຖຽນລະພາບ.

ກອງເຮືອໂຈມຕີດັ່ງກ່າວ ປະກອບດ້ວຍເຮືອບັນທຸກເຮືອບິນ USS Carl Vinson, ເຮືອພິຄາດ 2 ລຳ ທີ່ສາມາດຍິງທຳລາຍຂີປະນາວຸດດ້ວຍລະບົບນຳວິຖີ ແລະ ເຮືອບັນທຸກເຄື່ອງຍິງຂີປະນາວຸດນຳວິຖີອີກລຳໜຶ່ງ ໂດຍກ່ອນໜ້ານີ້ ກອງເຮືອດັ່ງກ່າວມີກຳນົດໄປປະຈຳການທີ່ອົດສະຕຣາລີ ແຕ່ໄດ້ຮັບຄຳສັ່ງໃຫ້ປ່ຽງເສັ້ນທາງ ຂະນະກຳລັງກຽມເດີນທາງອອກຈາກທ່າເຮືອຢູ່ສິງກະໂປ.

ເຊິ່ງກ່ອນໜ້ານີ້ ປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ເຄີຍປະກາດວ່າ ຈະເດີນໜ້າແກ້ໄຂບັນຫາເກົາຫຼີເໜືອໄປພຽງຝ່າຍດຽວ ຫາກຈີນບໍ່ຍອມຊ່ວຍກົດດັນເກົາຫຼີເໜືອໃຫ້ຍຸດຕິການພັດທະນາອາວຸດນິວເຄຼຍ.

No comments

Powered by Blogger.