7 ເຫດຜົນ ເປັນຫຍັງ ຜູ້ຍິງບ້ານໆ ຈຶ່ງໄດ້ໃຈຊາຍໜຸ່ມຫຼາຍກວ່າ ຜູ້ຍິງສາຍໄຮ - ອິດສະຫຼະ

7 ເຫດຜົນ ເປັນຫຍັງ ຜູ້ຍິງບ້ານໆ ຈຶ່ງໄດ້ໃຈຊາຍໜຸ່ມຫຼາຍກວ່າ ຜູ້ຍິງສາຍໄຮ



ສາວໆສາຍໄຮທັງຫຼາຍພໍຢາກອົກແຕກຕາຍເມື່ອໄດ້ເຫັນຊາຍຫຼໍ່ທີ່ເລົ້າໃຈ ກຳລັງຍ່າງຄຽງຂ້າງກັບຜູ້ຍິງບ້ານໆ ທີ່ບໍ່ໄດ້ງາມເດັນແລ້ວເປັນຫຍັງນາງຈຶ່ງໄດ້ໃຈຊາຍຄົນນັ້ນ ລອງມາເບິ່ງ 7 ເຫດຜົນລຸ່ມນີ້:

1. ນາງມີຄວາມສຸກກັບທຸກສິ່ງ: ດ້ວຍຄວາມບ້ານໆຂອງນາງ ເວລາມີສິ່ງໃດສິ່ງໜຶ່ງທີ່ພິເສດເຖິງຈະບໍ່ຍິງໃຫຍ່ ນາງກໍ່ມີຄວາມສຸກຍິ້ມໄດ້ໝົດມື້ ກົງກັນຂ້າມກັບສາວສາຍໄຮທັງຫຼາຍທີ່ທຸກສິ່ງທຸກຢ່າງຕ້ອງເລີດ ເຊິ່ງກໍ່ເຮັດໃຫ້ຊາຍໜຸ່ມເຫື່ອຍ້ອຍເປັນປະຈຳ.

2. ນາງຄືຂາລຸຍ ບໍ່ຢ້ານເປິຢ້າເປື້ອນ: ແນ່ນອນວ່າຜູ້ຊາຍຈະມັກທ້າທາຍມັກລຸຍ ເຊິ່ງຜູ້ຍິງບ້ານໆທຳມະດານີ້ແຫຼະທີ່ຕອບໂຈດເລີຍ ເພາະນາງບໍ່ຢ້ານເລື່ອງແບບນີ້ຢູ່ແລ້ວໄປໃສໄປໄດ້ໝົດ ບໍ່ມີການຫ່ວງສວຍຫ່ວງງາມ ລຸຍເປັນລຸຍໄປເລີຍ.

3. ນາງງາມແບບທຳມະຊາດ ເຕີມແຕ່ງເລັກໜ້ອຍກໍ່ງາມແລ້ວ: ຜູ້ຍິງສະໄໝນີ້ຊິງາມຫຼືບໍ່ງາມກໍ່ຕ້ອງເບິ່ງຕອນບໍ່ແຕ່ງໜ້າ ບາງຄົນງາມປານນາງຟ້າ ລົບເຄື່ອງສຳອາງອອກຄິ້ວບໍ່ມີ, ໜ້າຈຶດເປັນຜີຈີນກໍ່ມີ ແຕ່ຖ້າຜູ້ຍິງບ້ານໆນາງບໍ່ຄ່ອຍໄດ້ແຕ່ງໜ້າແຕ່ງຕາພໍປານໃດ ຖ້າຫາກໄດ້ແຕ່ງແລ້ວນາງມັກຈະງາມຈົນບາງຄັ້ງເຮັດໃຫ້ຫຼົງໄປເລີຍກໍ່ໄດ້ ເຊິ່ງມັນສາມາດສ້າງຄວາມປະຫຼາດໃຈໃຫ້ກັບຊາຍໜຸ່ມໄດ້ສະເໝີ.

4. ນາງບໍ່ສົນເລື່ອງຊັອບປິ້ງປານໃດ: ອັນນີ້ແຫຼະທີ່ສະດຸດໃຈຊາຍໜຸ່ມເຕັມໆ ເພາະນາງເປັນຄົນບ້ານໆບໍ່ຄ່ອຍໄດ້ເຂົ້າສັງຄົມປານໃດ ເວລາຊັອບປິ້ງນາງບໍ່ຄ່ອຍສົນໃຈອັນໃດຫຼາຍ ຕ່າງຈາກສາວສາຍໄຮທີ່ມັກໄປມັກຫຼິ້ນໄປທ່ຽວ ຊຸດຕ້ອງບໍ່ຊໍ້າໜ້າຕ້ອງເປະ ເມື່ອໄປຊັອບເວລາໝົດມື້ສຳລັບຊາຍໜຸ່ມເປັນພຽງເສດເວລາສຳລັບເພິ່ນ.

5. ນາງບໍ່ສົນໃຈເລື່ອງຂອງຂວັນຫຼູຫຼາ: ແທນທີ່ຈະໃຊ້ເວລາຫາຂອງຂວັນ ກະເປົ໋າລາຄາແພງໆ, ດອກໄມ້ງາມໆ ຜູ້ຍິງບ້ານໆແບບນາງມັກຈະຄິດວ່າເອົາເວລາມາຢູ່ກັບນາງເບິ່ງແຍງນາງຈະດີກວ່າ ເຊິ່ງຂໍ້ນີ້ແຫຼະທີ່ຖືກໃຈອ້າຍບ່າວທັງຫຼາຍ.

6. ນາງເຮັດວຽກເຮືອນເກັ່ງ: ເມື່ອນາງບໍ່ສົນໃຈເລື່ອງແຟຊັ້ນນາງກໍ່ຕ້ອງມາສົນໃຈເລື່ອງວຽກບ້ານການເຮືອນ ຜູ້ຍິງບ້ານໆມັກຈະສາມາດເຮັດວຽກທຸກຢ່າງໃນເຮືອນໄດ້ ແລະ ເປັນສະເໜ່ທີ່ສາວສາຍໄຮສ່ວນໃຫຍ່ບໍ່ມີ.

7. ນາງຮັກສັດ: ສັດລ້ຽງຕ່າງໆນາງຮັບໄດ້ໝົດ ບໍ່ລັງກຽດຫຼືຢ້ານແນ່ນອນ ເພາະສະນັ້ນຖ້າຈະພາໄປບ່ອນທີ່ມີສັດກໍ່ບໍ່ຕ້ອງຫ່ວງ ນາງຮັບມືໄດ້ສະບາຍ.

No comments

Powered by Blogger.