ສະຫະລັດ ອາເມຣິກາ ຄືຜູ້ກໍ່ການຮ້າຍຕົວຈິງ ທ່ານ ຄິມ ຈອງ-ອຶນ ກ່າວພາຍຫຼັງການໂຈມຕີຊີຣີ - ອິດສະຫຼະ

ສະຫະລັດ ອາເມຣິກາ ຄືຜູ້ກໍ່ການຮ້າຍຕົວຈິງ ທ່ານ ຄິມ ຈອງ-ອຶນ ກ່າວພາຍຫຼັງການໂຈມຕີຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2017 ວ່າ: ທາງການຂອງເກົາຫຼີເໜືອ ໄດ້ມີການເຜີຍແຜ່ຖະແຫຼງການຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ໄດ້ອອກມາປະນາມການກະທຳຂອງທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດອາເມຣິກາ ທີ່ໄດ້ອະນຸມັດຄຳສັ່ງໃຫ້ກອງທັບສະຫະລັດອາເມຣິກາ ໃຊ້ຂີປະນາວຸດໂຈມຕີຖານທັບອາກາດຂອງປະເທດຊີຣີ ໂດຍໄຮ້ມະນຸດສະທຳ ແລະ ບໍ່ເຄົາລົບກົດໝາຍລະຫວ່າງປະເທດ.

ໂດຍທ່ານ ຄິມ ຈອງ-ອຶນ ລະບຸຕື່ມອີກວ່າ ສະຫະລັດອາເມຣິກາ ຄືຜູ້ກໍ່ການຮ້າຍຕົວຈິງ ບໍ່ວ່າຈະເຫດການສົງຄາມອິຣັກ ທີ່ສະຫະລັດອາເມຣິກາພະຍາຍາມກ່າວຫາອະດີດປະທານາທິບໍດີຊັດດຳ ຮຸສເຊັນ ຂອງອິຣັກ ວ່າຄອບຄອງອາວຸດນິວເຄຼຍ ແຕ່ໃນຄວາມເປັນຈິງ ສະຫະລັດຕ້ອງການປົ້ນຊັບພະຍາກອນນໍ້າມັນ ແລະ ຄຳໃນອິຣັກເທົ່ານັ້ນ.

ຜ່ານມາຫຼາຍທົດສະວັດ ສະຫະລັດອາເມຣິກາ ກໍ່ຍັງພະຍາຍາມກໍ່ສົງຄາມ ສ້າງແຕ່ຄວາມເສຍຫາຍ ໂດຍບໍ່ສົນໃຈວ່າບ້ານເມືອງປະເທດອື່ນຕ້ອງພັງທະລາຍ ຫຼື ບໍ່ ຂໍພຽງແຕ່ໄດ້ຂາຍອາວຸດ ຫຼື ໄດ້ຊັບພະຍາກອນໃນປະເທດນັ້ນໆ ສະຫະລັດອາເມຣິກາກໍ່ພໍໃຈແລ້ວ ແລະ ຊີຣີກໍ່ເປັນອີກປະເທດໜຶ່ງທີ່ກຳລັງຈະພັງພິນາດຄືກັບອິຣັກທີ່ຜ່ານມາ.

No comments

Powered by Blogger.