ເກົາຫຼີເໜືອທົດສອບຂີປະນາວຸດອີກຄັ້ງແຕ່ບໍ່ປະສົບຄວາມສຳເລັດ - ອິດສະຫຼະ

ເກົາຫຼີເໜືອທົດສອບຂີປະນາວຸດອີກຄັ້ງແຕ່ບໍ່ປະສົບຄວາມສຳເລັດ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ອອກມາຖະແຫຼງລະບຸວ່າ ເກົາຫຼີເໜືອພະຍາຍາມທົດສອບຍິງຂີປະນາວຸດແຕ່ຍັງບໍ່ຮູ້ຊະນິດ ຈາກເຂດຊິນໂປ, ແຂວງຮຳຢອງ ໃນຕອນເຊົ້າຂອງມື້ນີ້ ແຕ່ຄາດວ່າການຍິງຂີປະນາວຸດປະສົບຄວາມລົ້ມເຫຼວ ຂະນະນີ້ກະຊວງປ້ອງກັນປະເທດເກົາຫຼີໃຕ້ກຳລັງຢູ່ໃນລະຫວ່າງການວິເຄາະຂໍ້ມູນເພື່ອຄວາມຄືບໜ້າ ແລະ ລາຍລະອຽດເລື່ອງນີ້.

ການທົດລອງຄັ້ງນີ້ເກີດຂຶ້ນພາຍຫຼັງການສະເຫຼີມສະຫຼອງຄົບຮອບ 105 ປີວັນຄ້າຍວັນເກີດທ່ານ ຄິມ ອິວ-ຊຸງ ຜູ້ກໍ່ຕັ້ງປະເທດເກົາຫຼີເໜືອໃນນະຄອນຫຼວງປຽງຢາງ ທ່າມກາງສະຖານະການຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ.

No comments

Powered by Blogger.