ຈີນ ເຕືອນສະຫະລັດອາເມຣິກາ-ເກົາຫຼີເໜືອ ໃຜກໍ່ສົງຄາມ "ຜູ້ນັ້ນຕ້ອງຮັບຜິດຊອບ" - ອິດສະຫຼະ

ຈີນ ເຕືອນສະຫະລັດອາເມຣິກາ-ເກົາຫຼີເໜືອ ໃຜກໍ່ສົງຄາມ "ຜູ້ນັ້ນຕ້ອງຮັບຜິດຊອບ"



ນຳນັກຂ່າວຕ່າງປະເທດລາຍງານ 15 ເມສາ 2017 ວ່າ: ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນກ່າວເມື່ອວັນສຸກທີ່ຜ່ານມາ ຂໍໃຫ້ຄູ່ກໍລະນີສອງຝ່າຍກ່ຽວກັບຄວາມຂັດແຍ່ງໃນຄາບສະໝຸດເກົາຫຼີຢຸດຕິການຂົ່ມຂູ່ ແລະ ຍຸແຍ່ກັນບໍ່ວ່າຈະໃນທາງວາຈາ ຫຼື ການກະທຳ ເພື່ອບໍ່ໃຫ້ສະຖານະການລຸກລາມບານປາຍເຖິງລະດັບທີ່ "ບໍ່ສາມາດຄວບຄຸມ ຫຼື ຫວນຄືນເວລາກັບມາໄດ້ອີກ" ເຖິງຢ່າງໃດກໍ່ຕາມຫາກເກີດສົງຄາມຂຶ້ນໃນຄາບສະໝຸດເກົາຫຼີ ນອກຈາກຈະເປັນການສູ້ຮົບທີ່ບໍ່ມີໃຜຊະນະແລ້ວ ປະເທດທີ່ເປັນຝ່າຍຈູດຊະນວນຖືວ່າມີຄວາມຜິດ ແລະ ຕ້ອງຮັບຜິດຊອບຕໍ່ຜົນກະທົບທີ່ຈະເກີດຂຶ້ນຕາມມາ.


No comments

Powered by Blogger.