ສະຫະລັດອາເມຣິກາ ສົ່ງເຮືອບິນຂຶ້ນສຳຫຼວດນິວເຄຼຍເກົາຫຼີເໜືອ - ອິດສະຫຼະ

ສະຫະລັດອາເມຣິກາ ສົ່ງເຮືອບິນຂຶ້ນສຳຫຼວດນິວເຄຼຍເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດເກົາຫຼີໃຕ້ 21 ເມສາ 2017 ໂດຍອ້າງຈາກການລາຍງານຂອງສຳນັກຂ່າວ YTN ເຊິ່ງສຳພາດແຫຼ່ງຂ່າວດ້ານຄວາມໝັ້ນຄົງຂອງລັດຖະບານເກົາຫຼີໃຕ້ວ່າ ກອງທັບອາກາດສະຫະລັດໄດ້ສົ່ງເຮືອບິນລຳລຽງ Boeing WC-135 Constant Phoenix ອອກປະຕິບັດການເປັນກໍລະນີສຸກເສີນ ບໍລິເວນນ່ານຟ້າເໜືອທະເລຕາເວັນອອກໃກ້ກັບຄາບສະໝຸດເກົາຫຼີ ເພື່ອສຳຫຼວດຊັ້ນບັນຍາກາດໃນບໍລິເວນດັ່ງກ່າວ ໂດຍເນັ້ນການຮວບຮວມເບາະສຳຄັນ ທີ່ອາດເຊື່ອມໂຍງເຖິງຄວາມພະຍາຍາມທົດສອບລະເບີດນິວເຄຼຍຂອງເກົາຫຼີເໜືອ.

ເຊິ່ງ Boeing WC-135 Constant Phoenix ໄດ້ອອກເດີນທາງຈາກສະຫະລັດມາເຖິງຖານທັບອາກາດຢູ່ເກາະໂອກິນາວາ ພາກໃຕ້ຂອງຍີ່ປຸ່ນເມື່ອຕົ້ນເດືອນນີ້ ທ່າມກາງຄວາມເຄັ່ງຕຶງໃນຄາບສະໝຸດເກົາຫຼີ ແລະ ກະແສຂ່າວທີ່ແຜ່ກະຈາຍໄປທົ່ວກ່ຽວກັບການກຽມທົດສອບລະເບີດນິວເຄຼຍເປັນຄັ້ງທີ 6 ຂອງລັດຖະບານເກົາຫຼີເໜືອ ໂດຍມີການທົດສອບມາແລ້ວ 5 ຄັ້ງ ເມື່ອເດືອນຕຸລາ 2006, ພຶດສະພາ 2009, ກຸມພາ 2013, ມັງກອນ 2016 ແລະ ກັນຍາ 2016 ໂດຍການທົດສອບ 3 ຄັ້ງຫຼ້າສຸດເກີດຂຶ້ນໃນສະໄໝຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຄົນປັດຈຸບັນ.

ນອກຈາກນີ້ ສຳນັກຂ່າວ YTN ຍັງລາຍງານໂດຍອ້າງແຫຼ່ງຂ່າວອີກວ່າ ເກົາຫຼີເໜືອໄດ້ແຈ້ງກຳນົດການທົດສອບລະເບີດນິວເຄຼຍຄັ້ງທີ 6 ໃຫ້ຈີນຮັບຮູ້ ແຕ່ຍັງບໍ່ມີຝ່າຍໃດອອກມາສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ ໂດຍລາຍງານໃນບັນຫານີ້ໄດ້ຮັບການເຜີຍແຜ່ໃນຊ່ວງເວລາດຽວກັນກັບທີ່ສະຫະລັດກວດພົບຄວາມເຄື່ອນໄຫວ "ທີ່ຜິດປົກກະຕິ" ຂອງຝູງເຮືອບິນຖິ້ມລະເບີດຂອງກອງທັບປົກປ່ອຍປະຊາຊົນຈີນ ບໍລິເວນນ່ານຟ້າທິດຕາເວັນອອກສຽງເໜືອຂອງປະເທດ ເຊິ່ງໃກ້ກັບເກົາຫຼີເໜືອ ແຕ່ລັດຖະບານຈີນກ່າວວ່າເປັນພຽງການກຽມຄວາມພ້ອມທາງທະຫານຕາມປົກກະຕິ.


No comments

Powered by Blogger.