ຍີ່ປຸ່ນຮ່ວມຊ້ອມຮົບກັບກອງເຮືອພິຄາດສະຫະລັດໃກ້ກັບແຫຼມເກົາຫຼີ - ອິດສະຫຼະ

ຍີ່ປຸ່ນຮ່ວມຊ້ອມຮົບກັບກອງເຮືອພິຄາດສະຫະລັດໃກ້ກັບແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 23 ເມສາ 2017 ວ່າ: ກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ (JSDF) ອອກຖະແຫຼງການໃນມື້ນີ້ (23 ເມສາ) ເລື່ອງການສົ່ງເຮືອພິຄາດ 2 ລຳ ເດີນທາງອອກຈາກນ່ານນ້ຳໃນພາກຕາເວັນຕົກຂອງປະເທດເມື່ອວັນສຸກທີ່ຜ່ານມາ ເພື່ອເຂົ້າຮ່ວມການເຝິກຊ້ອມຮົບກັບກອງເຮືອພິຄາດ Armada ທີ່ນຳໂດຍເຮືອບັນທຸກເຮືອບິນ USS Carl Vinson ທີ່ກຳລັງມຸ່ງໜ້າເຂົ້າສູ່ແຫຼມເກົາຫຼີ ເພື່ອສະແດງແສນຍານຸພາບຕໍ່ເກົາຫຼີເໜືອ ທ່າມກາງຄວາມເຄັ່ງຕຶງ.

ເຊິ່ງເຮືອພິຄາດຂອງກອງທັບເຮືອຍີ່ປຸ່ນສອງລຳຈະເດີນທາງຮ່ວມໄປກັບກອງເຮືອພິຄາດ Armada ຂອງສະຫະລັດຈົນເຖິງນ່ານນ້ຳທາງເໜືອຂອງທະເລຈີນຕາເວັນອອກເປັນຢ່າງໜ້ອຍ ແຕ່ບໍ່ໄດ້ລະບຸຢ່າງຊັດເຈນວ່າເຮືອຮົບຂອງທັງສອງປະເທດຈະລວມກຸ່ມກັນຢູ່ຈົນເຖິງເມື່ອໃດ ປັດຈຸບັນຍີ່ປຸ່ນເປັນປະເທດທີ່ມີເຮືອພິຄາດຢູ່ໃນກອງທັບຫຼາຍເປັນອັບດັບ 2 ຮອງຈາກຈີນ.


No comments

Powered by Blogger.