(ວີດີໂອ) ເກົາຫຼີເໜືອ ຕ້ອນຮັບຢ່າງຍິງໃຫຍ່ ເມື່ອຄັ້ງຜູ້ນຳ ສປປ.ລາວ ໄປຢ້ຽມຢາມ - ອິດສະຫຼະ

(ວີດີໂອ) ເກົາຫຼີເໜືອ ຕ້ອນຮັບຢ່າງຍິງໃຫຍ່ ເມື່ອຄັ້ງຜູ້ນຳ ສປປ.ລາວ ໄປຢ້ຽມຢາມ



( ວິດີໂອ ຢູ່ຂ້າງລຸ່ມ) ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ຄິມ ຈອງ ອິວ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ປະທານຄະນະກຳມາທິການປ້ອງກັນຊາດ ແຫ່ງ ສປປ.ເກົາຫຼີ ໃນຂະນະນັ້ນ, ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ ປະທານປະເທດແຫ່ງ ສປປ.ລາວ ໃນຂະນະນັ້ນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ.ລາວ ໄດ້ໄປຢ້ຽມຢາມສັນຖະວະໄມຕີກັບ ສປປ.ເກົາຫຼີ ຢ່າງເປັນທາງການໃນວັນທີ 21-23 ກັນຍາ 2011.

ຄະນະຜູ້ແທນຂັ້ນສູງພັກ-ລັດທີ່ຕິດຕາມທ່ານເລຂາທິການໃຫຍ່ປະກອບມີ ທ່ານ ປອ. ທອງລຸນ ສີສຸລິດ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ປອ. ບຸນປອນ ບຸດຕະນະວົງ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາລັດຖະມົນຕີວ່າການ ແລະ ຊ່ວຍວ່າການ ພ້ອມນັກວິຊາການຈາກຂະແໜງການຕ່າງໆອີກຈຳນວນໜຶ່ງ. (ຕຳແໜ່ງໃນຂະນະນັ້ນ)

ໃນໂອກາດສຳຄັນດັ່ງກ່າວ ຜູ້ນຳສູງສຸດຂອງສອງປະເທດໄດ້ທົບທວນຄືນເຖິິງມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບ ແລະ ການຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສປປ.ລາວ ແລະ ສປປ.ເກົາຫຼີ ທີ່ມີປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ຄິມ ອິວ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ ເປັນຜູ້ລິເລີ່ມໃນຊຸມປີ 60, ຕີລາຄາສູງຕໍ່ການພັດທະນາຢ່າງຕໍ່ເນື່ອງຂອງການພົວພັນຖານອ້າຍນ້ອງດັ່ງກ່າວ ພ້ອມທັງໃຫ້ຄຳຢືນຢັນຮ່ວມກັນທີ່ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ຂຶ້ນສູ່ລະດັບໃໝ່ ເພື່ອຜົນປະໂຫຍດອັນຍາຍນານຂອງປະຊາຊົນສອງປະເທດ ສປປ.ລາວ ແລະ ສປປ.ເກົາຫຼີ.



No comments

Powered by Blogger.