ຈີນ ປະສົບຄວາມສຳເລັດໃນການສົ່ງຍານຂົນສົ່ງອະວະກາດລຳທຳອິດເຊື່ອມຕໍ່ກັບສະຖານນີ Tiangong-2 - ອິດສະຫຼະ

ຈີນ ປະສົບຄວາມສຳເລັດໃນການສົ່ງຍານຂົນສົ່ງອະວະກາດລຳທຳອິດເຊື່ອມຕໍ່ກັບສະຖານນີ Tiangong-2



ສຳນັກຂ່າວຕ່າງປະເທດລາຍງານ 22 ເມສາ 2017 ວ່າ: ສູນບັນຊາການດ້ານອະວະກາດປັກກິ່ງ (BACC) ລາຍງານໃນມື້ນີ້ (22 ເມສາ) ວ່າຍານຂົນສົ່ງອະວະກາດ Tianzhou-1 ສາມາດເຊື່ອມຕໍ່ເຂົ້າກັບສະຖານນີປະຕິບັດການທາງອະວະກາດເຄິ່ງຖາວອນ Tiangong-2 ເມື່ອເວລາ 12:23 ນາທີ ຕາມເວລາທ້ອງຖິ່ນ ຫຼັງອອກເດີນທາງຈາກສູນອະວະກາດເຫວິນສາງ ເກາະໄຫຫຼຳ ພາກໃຕ້ຂອງປະເທດຈີນ ເມື່ອວັນພະຫັດທີ່ຜ່ານມາ.

ເຊິ່ງຍານຂົນສົ່ງອະວະກາດ Tianzhou-1 ຖືເປັນຍານຂົນສົ່ງສະບຽງຂຶ້ນສູ່ອະວະກາດລຳທຳອິດຂອງຈີນທີ່ສ້າງຂຶ້ນເອງ ໂດຍໃຊ້ອົກຊີແຊນແຫຼວ ແລະ ນ້ຳມັນກ໊າດເປັນເຊື້ອໄຟ ມີຄວາມຍາວ 10.6 ແມັດ ແລະ ສາມາດບັນທຸກສະບຽງໄດ້ຫຼາຍເຖິງ 6 ໂຕນ ເຊິ່ງການປະສົບຄວາມສຳເລັດໃນການເດີນທາງ ແລະ ການເຊື່ອມຕໍ່ລະຫວ່າງຍານຂົນສົ່ງອະວະກາດ Tianzhou-1 ກັບ ສະຖານນີອະວະກາດ Tiangong-2 ນັ້ນ ຄືອີກໜຶ່ງພັດທະນາການຄັ້ງສຳຄັນກ່ຽວກັບເຕັກໂນໂລຊີດ້ານອະວະກາດຂອງຈີນ ທີ່ຕັ້ງເປົ້າມີສະຖານນີອະວະກາດຖາວອນເປັນຂອງຕົວເອງພາຍໃນປີ 2022 ເພາະໃນປີ 2011 ສະພາຂອງສະຫະລັດອາເມຣິກາ "ປະຕິເສດ" ທີ່ຈະໃຫ້ລັດຖະບານຈີນຮ່ວມໂຄງການສະຖານນີ້ອະວະກາດນານາຊາດ (ISS) ດ້ວຍເຫດຜົນດ້ານຄວາມໝັ້ນຄົງ ດັ່ງນັ້ນ, ຈີນຈຶ່ງພະຍາຍາມຢ່າງສຸດກຳລັງເພື່ອມີເປັນຂອງຕົນເອງໂດຍບໍ່ຕ້ອງເພິ່ງພາປະເທດອື່ນ.


No comments

Powered by Blogger.