ເດັກນ້ອຍມະຫັດສະຈັນ "ຈົບປະລິນຍາຕີ" ດ້ວຍອາຍຸພຽງ 14 ປີ ໃນສາຂາທີ່ຜູ້ໃຫຍ່ຍັງອາຍ - ອິດສະຫຼະ

ເດັກນ້ອຍມະຫັດສະຈັນ "ຈົບປະລິນຍາຕີ" ດ້ວຍອາຍຸພຽງ 14 ປີ ໃນສາຂາທີ່ຜູ້ໃຫຍ່ຍັງອາຍ



ໃນຊ່ວງເດືອນພຶດສະພາຢູ່ສະຫະລັດອາເມຣິກາ ເປັນລະດູຂອງການຮຽນຈົບມະຫາວິທະຍາໄລຂອງຄົນລຸ້ນໃໝ່ຈຳນວນຫຼາຍ ໜຶ່ງໃນນັ້ນຄື Carson Huey-You ທີ່ໄດ້ຮັບປະລິນຍາຕີສາຂາຟີຊິກ ໄປເມື່ອອາທິດກ່ອນ.

ຄວາມແຕກຕ່າງຂອງ Carson ກັບນັກນຶກສາຈົບໃໝ່ຈາກມະຫນາວິທະຍາໄລ Texas Christian University ຄືລາວຍັງເປັນເດັກນ້ອຍຢູ່.

Carson Huey-You  ມີອາຍຸພຽງ 14 ປີ ນອກຈາກລາວຮຽນວິຊາເອກດ້ານຟີຊິກແລ້ວ ຍັງຮຽນສາຂາສຳຮອງດ້ານຄະນິດສາດ ແລະ ພາສາຈີນອີກດ້ວຍ.

ສະໝອງທີ່ແຫຼມຄົມເກີນເດັກນ້ອຍທົ່ວໄປເລີ່ມສະແດງໃຫ້ເຫັນຕັ້ງແຕ່ລາວອາຍຸໄດ້ 3 ປີ ລາວມັກຄະນິດສາດ, ແມ່ຂອງລາວເລົ່າກັບສະຖານີໂທລະພາບ NBC ວ່າ: "ບໍ່ດົນຫຼັງຈາກນັ້ນລູກຊາຍຂອງລາວສາມາດແກ້ສົມຜົນຂັ້ນສູງ ສຳລັບນັກຮຽນ ມ.ຕົ້ນ ໄດ້"

ທ້າວ Carson Huey-You ຈົບຊັ້ນມັດທະຍົມປາຍເມື່ອາຍຸ 10 ປີ ລາວໃຫ້ສຳພາດກັບໜັງສືພິມ Fort Worth Star-Telegram ວ່າສິ່ງທີ່ມັກເຮັດທີ່ສຸດຂອງຊີວິດໃນມະຫາວິທະຍາໄລຄື ໄດ້ຮຽນໃນສິ່ງທີ່ບໍ່ເຄີຍຄິດມາກ່ອນ ໄດ້ຮຽນຮູ້ປະສົບການຊີວິດຫຼາຍຢ່າງ ເຖິງວ່າຈະບໍ່ໄດ້ເກຣດທີ່ດີໃນທຸກວິຊາ.

ແລະ ອາດຈະບໍ່ແມ່ນພຽງ Carson Huey-You ທີ່ເປັນເດັກນ້ອຍມະຫັດສະຈັນພຽງຄົນດຽວໃນຄອບຄົວ ເພາະລາວມີນ້ອງຊາຍ ອາຍຸພຽງ 11 ປີ ແລະ ກຽມເຂົ້າມະຫາວິທະຍາໄລດຽວກັນນີ້ໃນລະດູການຕໍ່ໄປ ເຊິ່ງນ້ອງຂອງລາວວາງແຜນທີ່ຈະຮຽນວິຊາເອກດ້ານຟິຊິກດາລາສາດ.

No comments

Powered by Blogger.