ກຸ່ມກໍ່ການຮ້າຍໃນມາຣາວິເຜີຍແຜ່ວິດີໂອຕົວປະກັນ ຮຽກຮ້ອງໃຫ້ຖອນທະຫານທັງໝົດ ເພື່ອແລກກັບຊີວິດ 200 ຄົນ - ອິດສະຫຼະ

ກຸ່ມກໍ່ການຮ້າຍໃນມາຣາວິເຜີຍແຜ່ວິດີໂອຕົວປະກັນ ຮຽກຮ້ອງໃຫ້ຖອນທະຫານທັງໝົດ ເພື່ອແລກກັບຊີວິດ 200 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ໂຄສົກກອງທັບຟິລິບປິນຖະແຫຼງໃນມື້ນີ້ ຢ້ຳໃຫ້ກຸ່ມຕິດອາວຸດເມົາເຕເຊິ່ງຍັງຫຼົບລີ້ຢູ່ໃນເມືອງມາຣາວີ ຢູ່ເກາະມິນດາເນົາ ອອກມາມອບຕົວກັບເຈົ້າໜ້າທີ່ ພ້ອມທັງເຕືອນວ່າຖ້າປະຕິເສດຈະຖືກຈັບຕາຍສະຖານດຽວ ໂດຍຈຳນວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງທະຫານກັບກຸ່ມເມົາເຕເຊິ່ງເປັນແນວຮ່ວມຂອງກຸ່ມ IS ທີ່ເລີ່ມມາຕັ້ງແຕ່ວັນທີ 23 ພຶດສະພາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 129 ຄົນ ເປັນຄົນກຸ່ມຮ້າຍ 89 ຄົນ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ 21 ຄົນ ແລະ ປະຊາຊົນ 19 ຄົນ.

ເຖິງຢ່າງໃດກໍ່ຕາມມີລາຍງານວ່າຍັງມີປະຊາຊົນຕິດຄ້າງຢູ່ໃນເມືອງອີກປະມານ 2,000 ຄົນ ໃນຈຳນວນດັ່ງກ່າວລວມທັງກຸ່ມຕົວປະກັນທີ່ຖືກຈັບໃນໂບດຄາທໍລິກ ເຊິ່ງກຸ່ມເມົາເຕໄດ້ຄວບຄຸມຕົວໄວ້ຕັ້ງແຕ່ອາທິດກ່ອນ ແລະ ມີການເຜີຍແຜ່ວິດີໂອຂອງຕົວປະກັນອອກມາເປັນຄັ້ງທຳອິດເມື່ອວັນອັງຄານທີ່ຜ່ານມາ ເຜີຍໃຫ້ເຫັນບາດຫຼວງ ເຕເຣຊິໂຕ ຊູການັອບ ຢືນຢູ່ທ່າມກາງເສດຊາກອາຄານ ແລະ ກ່າວຮຽກຮ້ອງໃຫ້ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນເຮັດເພື່ອຕົວປະກັນທັງໝົດ 200 ຄົນ ດ້ວຍການສັງຖອນທະຫານອອກຈາກເມືອງມາຣາວີທັງໝົດ.

ເຊິ່ງເຈົ້າໜ້າທີ່ກໍ່ໄດ້ຢືນຢັນວ່າບຸກຄົນໃນວິດີໂອຄືບາດຫຼວງຊູນານັອບແທ້ ແຕ່ຍັງບໍ່ຊັດເຈນວ່າວິດີໂອດັ່ງກ່າວຖ່າຍໄວ້ແຕ່ເມື່ອໃດ ແລະ ຍັງເປີດເຜີຍຕື່ມອີກວ່າ ກຸ່ມເມົາເຕຍັງສາມາດຢືດຄອງຂົວສຳຄັນ ແລະ ເຂດທີ່ຢູ່ອາໄສຈຳນວນໜຶ່ງໄວ້ໄດ້ຢູ່ປະມານ 10% ຂອງເມືອງມາຣາວີ ແຕ່ບໍ່ໄດ້ສະແດງທ່າທີຕໍ່ວິດີໂອທີ່ຮຽກຮ້ອງດັ່ງກ່າວ.


No comments

Powered by Blogger.