ຜູ້ນຳຄົນໃໝ່ເກົາຫຼີໃຕ້ສັ່ງສືບສວນດ່ວນ ກໍລະນີສະຫະລັດລັກລອບນຳເຂົ້າລະບົບປ້ອງຂີປະນາວຸດ 4 ອັນມາຕິດຕັ້ງເກີນ - ອິດສະຫຼະ

ຜູ້ນຳຄົນໃໝ່ເກົາຫຼີໃຕ້ສັ່ງສືບສວນດ່ວນ ກໍລະນີສະຫະລັດລັກລອບນຳເຂົ້າລະບົບປ້ອງຂີປະນາວຸດ 4 ອັນມາຕິດຕັ້ງເກີນ



ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ໂຄສົກທຳນຽມປະທານປະເທດເກົາຫຼີໃຕ້ຖະແຫຼງເມື່ອວັນອັງຄານທີ່ຜ່ານມາວ່າ ທ່ານ ມູນ ແຈອິນ ປະທານປະເທດສັ່ງໃຫ້ເລຂາທິການດ້ານສາທາລະນະ ແລະ ຜູ້ອຳນວຍການສຳນັກງານຄວາມໝັ້ນຄົງແຫ່ງຊາດ ດຳເນີນການສືບສວນ ແລະ ໃຫ້ລາຍງານຄືນມາດ່ວນທີ່ສຸດຕໍ່ກໍລະນີທີ່ສື່ຫຼາຍແຫ່ງລາຍງານວ່າສະຫະລັດອາເມຣິກາລັກລອບຂົນຍ້າຍສ່ວນປະກອບຂອງລະບົບປ້ອງກັນຂີປະນາວຸດເພດານສູງ (THAAD) ເຂົ້າມາໃນປະເທດເພີ່ມອີກ 4 ອັນ ໂດຍບໍ່ມີການແຈ້ງຕໍ່ລັດຖະບານເກົາຫຼີຊຸດໃໝ່ ຫຼື ປະກາດຢ່າງເປັນທາງການໃຫ້ສາທາລະນະຮັບຮູ້ ແລະ ກະຊວງປ້ອງກັນປະເທດເກົາຫຼີໃຕ້ກໍ່ບໍ່ເຄີຍລາຍງານການເຄື່ອນໄຫວທີ່ເກີດຂຶ້ນໃຫ້ປະທານປະເທດຄົນໃໝ່ຮັບຮູ້ອີກດ້ວຍ.

ໂຄສົກທຳນຽມປະທານປະເທດເກົາຫຼີໃຕ້ກ່າວວ່າ ສະຖານະການທີ່ເກີດຂຶ້ນສ້າງຄວາມຮູ້ສຶກຕົກໃຈເປັນຢ່າງຍິງໃຫ້ແກ່ຜູ້ນຳເກົາຫຼີໃຕ້ຄົນໃໝ່ ທີ່ຫາກໍ່ເຂົ້າຮັບຕຳແໜ່ງເມື່ອວັນທີ 10 ພຶດສະພາຜ່ານມາ, ທ່ານ ມູນ ກ່າວຕະຫຼອດໃນຕອນຫາສຽງເລືອກຕັ້ງ ໂດຍໄດ້ຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງລວມທັງສະພາ ຕ້ອງທົບທວນຄືນ ຂໍ້ຕົກລົງລະຫວ່າງເກົາຫຼີໃຕ້ກັບສະຫະລັດໃນເລື່ອງນີ້ ທີ່ເປັນການລົງນາມ ແລະ ດຳເນີນການໂດຍລັດຖະບານຊຸດກ່ອນໜ້ານີ້ຄືອະດີດປະທານປະເທດທ່ານນາງ ປາກ ກຶນເຮ

ສ່ວນໃນດ້ານຂອງໂຄສົກກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ສະຫະລັດມີຄວາມໂປ່ງໃສຕໍ່ເກົາຫຼີໃຕ້ໃນເລື່ອງການຕິດຕັ້ງລະບົບ THAAD  ແລະ ຈະປະສານງານຢ່າງໃກ້ຊິດກັບລັດຖະບານເກົາຫຼີຊຸດໃໝ່ຕໍ່ໄປ ຈົນກວ່າຂະບວນການທັງໝົດຈະສຳເລັດ, ປັດຈຸບັນສະຫະລັດມີທະຫານປະຈຳການຢູ່ໃນເກົາຫຼີໃຕ້ປະມານ 28,500 ຄົນ ເຊິ່ງເປັນໄປຕາມຂໍ້ຕົກລົງດ້ານຄວາມໝັ້ນຄົງພາຍຫຼັງສິ້ນສຸດສົງຄາມເກົາຫຼີເມື່ອປີ 1953.


No comments

Powered by Blogger.