ສະຫະລັດສົ່ງອາວຸດໃຫ້ກຸ່ມຕິດອາວຸດຊາວເຄີດ ອ້າງເພື່ອໃຫ້ສູ້ກັບກຸ່ມ IS ໃນຊີຣີ - ອິດສະຫຼະ

ສະຫະລັດສົ່ງອາວຸດໃຫ້ກຸ່ມຕິດອາວຸດຊາວເຄີດ ອ້າງເພື່ອໃຫ້ສູ້ກັບກຸ່ມ IS ໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາອອກຖະແຫຼງການເມື່ອວັນອັງຄານທີ່ຜ່ານມາເລື່ອງການສົ່ງມອບອາວຸດຍຸດໂທປະກອນຊຸດທຳອິດໃຫ້ແກ່ກອງກຳລັງປ້ອງກັນຕົນເອງຊາວເຄີດ (YPG) ເຊິ່ງສ່ວນໃຫຍ່ມີເຂດທີ່ໝັ້ນໃນພາກເໜືອຂອງຊີຣີ ເພື່ອເປັນການຍົກລະດັບຂີດຄວາມສາມາດຂອງ YPG  ໃນການສູ້ຮົບກັບກຸ່ມ IS ໃນຊີຣີ ແລະ ເປັນການເພີ່ມປະສິດທິພາບຂອງການສູ້ຮົບເພື່ອຂັບໄລ່ກຸ່ມ IS ອອກຈາກເມືອງຣັກກາ ເຊິ່ງເປັນເມືອງໃຫຍ່ຢູ່ພາກເໜືອຂອງຊີຣີ ເຊິ່ງການເຄື່ອນໄຫວດັ່ງກ່າວເປັນໄປຕາມຄຳສັ່ງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ທີ່ໄດ້ອະນຸມັດເມື່ອຕົ້ນເດືອນນີ້.

ໃນຂະນະທີ່ປະເທດຕວັກກີ ຍັງສະຫງວານທ່າທີ່ຕໍ່ການເຄື່ອນໄຫວຄັ້ງນີ້ຂອງລັດຖະບານສະຫະລັດ ເນື່ອງຈາກຕວັກກີຂຶ້ນບັນຊີດຳກຸ່ມ YPG ເປັນກຸ່ມກໍ່ການຮ້າຍ ແລະ ມີເຊື່ອວ່າກຸ່ມ YPG ເຊື່ອມໂຍງໃນຖານະພັນທະມິດຂອງພັກແຮງງານເຄີດິສະຖານ (PKK) ທີ່ເຮັດສົງຄາມກັບກອງທັບຕວັກກີໃນປີ 1984


No comments

Powered by Blogger.