9 ວິທີທຳມະຊາດ ທີ່ຈະຊ່ວຍໃຫ້ທ່ານ ຫຼຸດນໍ້າໜັກ ໄດ້ແບບບໍ່ໜ້າເຊື່ອ - ອິດສະຫຼະ

9 ວິທີທຳມະຊາດ ທີ່ຈະຊ່ວຍໃຫ້ທ່ານ ຫຼຸດນໍ້າໜັກ ໄດ້ແບບບໍ່ໜ້າເຊື່ອ



ການຫຼຸດນໍ້າໜັກນັ້ນບໍ່ແມ່ນເລື່ອງຍາກ ແຕ່ຂະນະດຽວກັນນັ້ນກໍ່ບໍ່ແມ່ນເລື່ອງງ່າຍ ເພາະການຫຼຸດນໍ້າໜັກນັ້ນຕ້ອງອາໄສນິໄສ, ແຮງກາຍ ແລະ ແຮງໃຈໃນການກ້າວຜ່ານອຸປະສັກຕ່າງໆໄປໃຫ້ໄດ້ ຈຶ່ງເຮັດໃຫ້ມີທາງລັດສຳລັບການຫຼຸດນໍ້າໜັກຫຼາກຫຼາຍວິທີ ທັງເພິ່ງພາແພດໝໍ ແຕ່ຖ້າຢາກເລີ່ມຕົ້ນການຫຼຸດນໍ້າໜັກດ້ວຍວິທີທີ່ປອດໄພ ແລະ ບໍ່ເປັນຕາຢ້ານ 9 ຂໍ້ເຫຼົ່ານີ້ຄືວິທີຂອງທ່ານເລີຍ:

1.​ ດື່ມນໍ້າໃຫ້ຫຼາຍພໍ: ເລື່ອງຂອງນໍ້າກັບການຫຼຸດນ້ຳໜັກນັ້ນ ບໍ່ວ່າຈະສຳນັກໃດກໍ່ເວົ້າຄືກັນໝົດ ເພາະຫາກທ່ານໄດ້ດື່ມນ້ຳຫຼາຍພໍຈະຊ່ວຍໃຫ້ຫົວໃຈຂອງທ່ານກະຕຸ້ນເລືອດມາລ້ຽງໄດ້ງ່າຍຂຶ້ນ ເຊິ່ງຈະຊ່ວຍໃຫ້ກ້າມເນື້ອເຮັດວຽກໄດ້ດີ ແລະ ເປັນຜົນໃຫ້ທ່ານມີຫຸ່ນທີ່ດີຂຶ້ນນັ້ນເອງ ແທນທີ່ຈະດື່ມນ້ຳຈຳພວກນ້ຳໝາກໄມ້ ຫຼື ນ້ຳອັດລົມ ລອງປ່ຽນມາດື່ມນ້ຳລ້າກ່ອນອາຫານ ຈະສາມາດຊ່ວຍຫຼຸດອາການຫິວໄດ້ດີຫຼາຍ.

2. ອອກແຮງຍົກສິ່ງຂອງຕ່າງໆ: ລອງຍົກຕຸກນ້ຳເປັນປະຈຳ, ຍົກນັ້ນຍົກນີ້, ອາສາເປັນຄົນອອກແຮງໃຫ້ ເຊື່ອເລີຍວ່າ ອີກບໍ່ດົນຕົວເລກນໍ້າໜັກຂອງທ່ານຈະປ່ຽນໄປຢ່າງແນ່ນອນ, ນອກຈາກນັ້ນການດຶກສິ່ງຂອງເຊັ່ນ: ດຶກ ຫຼື ໂຍນ ໝາກບານກໍ່ຊ່ວຍໃຫ້ທ່ານຈ່ອຍລົງໄດ້ເຊັ່ນກັນ ເພາະເປັນການເພີ່ມພະລັງໃຫ້ກັບກ້າມເນື້ອ ສ້າງຄວາມແຂງແຮງອີກດ້ວຍລອງເບິ່ງເດີ.

3. ຍ່າງຍາມເຊົ້າ: ຖ້າທ່ານພໍທີ່ຈະມີເວລາຍາມເຊົ້າ ມາອອກກຳລັງກາຍໄດ້ກໍ່ຈະເປັນເລື່ອງທີ່ດີກັບຫຸ່ນຂອງທ່ານເອງ ເພາະການຍ່າງຈະຊ່ວຍໃຫ້ເຜົາຜານພະລັງງານໄດ້ດີຍິ່ງຂຶ້ນ ຕາມຜົນທາງວິທະຍາສາດພົບວ່າ ການຍ່າງກ່ອນກິນເຂົ້າຈະເຜົາຜານພະລັງງານໄດ້ດີກວ່າການຍ່າງຫຼັງຈາກກິນອາຫານໃນຍາມເຊົ້າ ແລະ ຊ່ວຍໃຫ້ຫຼຸດນ້ຳໜັກໄດ້ໄວຍິ່ງຂຶ້ນອີກດ້ວຍ ພຽງແຕ່ 30 ນາທີຕໍ່ມື້ກໍ່ພຽງພໍແລ້ວ.

4. ເລືອກກິນຜັກ ແລະ ໝາກໄມ້ເປັນຫຼັກ: ຜັກ ແລະ ໝາກໄມ້ ບໍ່ເປັນໄພຕໍ່ຄົນຫຼຸດນ້ຳໜັກແນ່ນອນ ແຕ່ທ່ານຕ້ອງເລືອກຜັກທີ່ບໍ່ມີໄຟເບີ້ສູງ ເພາະໝາກໄມ້ມີແຄລໍຣີທີ່ຕ່ຳແຕ່ເຮັດໃຫ້ທ່ານອີ່ມໄດ້ດີ.

5. ເລືອກເຮັດອາຫານກິນເອງ: ອາດຈະຍາກແນ່ໜ້ອຍໜຶ່ງ ຫາກທ່ານເປັນມະນຸດເງິນເດືອນທີ່ຕ້ອງຟ້າວຕ້ອງຟັງໃນຕອນເຊົ້າ ແຕ່ຂໍໃຫ້ມີຄາບໃດຄາບໜຶ່ງທີ່ທ່ານໄດ້ລົງມືເຮັດອາຫານເອງເຊັ່ນ: ເຂົ້າແລງ ເພາະປະລິມານນ້ຳຕານ ແລະ ໂຊດຽມ (ເກືອ) ໃນອາຫານຂ້າງນອກນັ້ນຂ້ອນຂ້າງຈະມີຫຼາຍ ແລະ ທ່ານຄວບຄຸມມັນບໍ່ໄດ້.

6. ໃຫ້ພະຍາຍາມເບິ່ງສີຟ້າໃຫ້ຫຼາຍຂຶ້ນ: ຈາກຜົນການວິໄຈພົບວ່າ ສີຟ້າເຮັດໃຫ້ມະນຸດບໍ່ຮູ້ສຶກຢາກອາຫານ ທີ່ສຳຄັນຫຼີກລ້ຽງສີແດງ, ສີເຫຼືອງ ແລະ ສີສົ້ມ ເພາະສີເຫຼົ່ານີ້ມັນກະຕຸ້ນຄວາມຢາກອາຫານຂອງທ່ານໄດ້ເປັນຢ່າງດີ.

7. ເບິ່ງໂທລະພາບໃຫ້ໜ້ອຍລົງ: ຖ້າທ່ານເປັນຄົນທີ່ມັກເບິ່ງໂທລະພາບແລ້ວກິນເຂົ້າໜົມໄປພ້ອມ ຖ້າຕ້ອງການຫຼຸດນ້ຳໜັກແທ້ໆຕ້ອງໄດ້ງົດ ແລ້ວຫາກິດຈະກຳອື່ນເຮັດແທນ ເພາະເມື່ອທ່ານເບິ່ງໂທລະພາບຈະຮູ້ສຶກເພີນ ແລະ ບໍ່ຮູ້ສຶກວ່າອາຫານທີ່ໃສ່ເຂົ້າໄປໃນປາກນັ້ນມັນຫຼາຍ ຫຼື ໜ້ອຍຊໍ່າໃດກັນແທ້ ແລະ ເປັນຕົ້ນຕໍຂອງຄວາມອ້ວນ.

8. ຫຼີກລ້ຽງອາຫານຈຳພວກທີ່ເປັນແປງສີຂາວ: ສິ່ງເຫຼົ່ານີ້ອຸດົມໄປດ້ວຍຄາໂບໄຮເດດທີ່ເປັນຕົວການຂອງຄວາມອ້ວນ ປ່ຽນມາກິນເຂົ້າ ຫຼື ທັນຍາພືດແທນ.

9. ນອນໃຫ້ພຽງພໍ: ການນອນນັ້ນກໍ່ສົ່ງຜົນກັບນ້ຳໜັກຂອງທ່ານໄດ້ເຊັ່ນກັນ ເພາະສະນັ້ນຕ້ອງຈື່ໃຫ້ຂຶ້ນໃຈວ່າ ຕ້ອງນອນໃຫ້ໄດ້ມື້ລະ 7-8 ຊົ່ວໂມງ.

No comments

Powered by Blogger.