ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ວ່າດ້ວຍອາຊຽນ - ອິດສະຫຼະ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ວ່າດ້ວຍອາຊຽນ



ໃນລະຫວ່າງວັນທີ 10-12 ພຶດສະພາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ຄັ້ງທີ 26 (World Economic Forum on ASEAN) ຊຶ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມ ເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຜູ້ບໍລິຫານລະດັບສູງ ຂອງອົງການຮ່ວມມືສາກົນ ແລະ ຫົວໜ່ວຍທຸລະກິດ, ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ, ຕົວແທນຈາກພາກລັດຖະບານ ແລະ ພາກທຸລະກິດ ໃນພາກພື້ນ ແລະ ໃນໂລກເຂົ້າ ຮ່ວມປະມານ 700 ກວ່າຄົນ ທີ່ມາຈາກ 50 ກວ່າປະເທດໃນໂລກ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມປະຈຳປີ ໂດຍມີການເຊື້ອເຊີນເອົາ ບັນດາຜູ້ນຳທັງພາກລັດ, ພາກທຸລະກິດໃນໂລກ ແລະ ບັນດາຜູ້ນຳອາວຸໂສ ຂັ້ນຕັດສິນບັນຫາ ຈາກຂະແໜງອຸດສາຫະກຳ, ບັນດາຜູ້ຊົງຄຸນວຸດທິ ແລະ ອົງການຈັດຕັ້ງສັງ ຄົມພົນລະເຮືອນ ທີ່ມີຊື່ສຽງແຖວໜ້າ ຂອງໂລກເຂົ້າຮ່ວມ ແລກປ່ຽນຄຳຄິດຄຳເຫັນ ແລະ ວິໄສທັດຮ່ວມກັນ ເພື່ອຊອກຫາຊ່ອງທາງແກ້ໄຂ ບັນຫາເສດຖະກິດໂລກ.

ໃນປີ 2017 ນີ້, ກອງປະຊຸມ ໄດ້ດຳເນີນພາຍໃຕ້ຫົວຂໍ້: ຊາວໜຸ່ມ, ເຕັກໂນໂລຊີ ແລະ ການເຕີບໂຕ ເພື່ອຮັບປະກັນການຂະຫຍາຍຕົວ ຂອງກຳລັງແຮງງານ ແລະ ການປ່ຽນແປງ ຮູບແບບການພັດທະນາແບບດັງເດີມ ໄປສູ່ລະບົບດີຈີຕອນ ຊຶ່ງຈຸດປະສົງ ເພື່ອເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ແລະ ການຕັດສິນໃຈ ທີ່ເລັ່ງເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ, ໃນນັ້ນ ຈະເນັ້ນໃສ່ເຮັດແນວໃດ ໃຫ້ກຳລັງແຮງງານ ທີ່ຂະຫຍາຍຕົວນີ້ ສາມາດສ້າງອະນາຄົດທີ່ສົດໃສ ໃຫ້ແກ່ພາກພື້ນ.

ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການເພີ່ມທະວີ ຄວາມອາດສາມາດໃນການຮ່ວມມື ລະຫວ່າງ ພາກລັດຖະບານ ແລະ ບັນດາຫົວໜ່ວຍທຸລະກິດ ເອກະຊົນ ໃນຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ການສົ່ງເສີມ ຄວາມຮູ້ຄວາມສາມາດ ປະຊາກອນອາຊຽນ ໂດຍສະເພາະ ແມ່ນຊາວໜຸ່ມຈະເປັນປັດໄຈ ທີ່ສຳຄັນ ແລະ ເປັນກຳລັງແຮງ ໃນການຊຸກຍູ້ເສດຖະກິດ ໃນພາກພື້ນອາຊຽນ ໃຫ້ມີການຂະຫຍາຍຕົວຢ່າງວ່ອງໄວ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ປະກອບຄຳເຫັນ ໃນກອງປະຊຸມດັ່ງກ່າວ ກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ທີ່ອາຊຽນ ລວມທັງ ສປປ ລາວ ກຳລັງປະເຊີນຢູ່ ລວມໄປເຖິງ ການກະກຽມຄວາມພ້ອມ ເພື່ອສາມາດຮັບມືກັບສິ່ງທ້າທາຍນາໆປະການ ໃນຊຸມປີຕໍ່ໜ້າ.

No comments

Powered by Blogger.