ສະຫະລັດອາເມຣິກາ ຂາຍອາວຸດຊຸດໃຫຍ່ໃຫ້ UAE ມູນຄ່າຫຼາຍພັນລ້ານໂດລາ - ອິດສະຫຼະ

ສະຫະລັດອາເມຣິກາ ຂາຍອາວຸດຊຸດໃຫຍ່ໃຫ້ UAE ມູນຄ່າຫຼາຍພັນລ້ານໂດລາ



ສຳນັກຂ່າວຕ່າງປະເທດລາຍງານ 12 ພຶດສະພາ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ອອກຖະແຫຼງການເມື່ອວັນພະຫັດທີ່ຜ່ານມາ ເລື່ອງການບັນລຸສັນຍາ ມູນຄ່າປະມານ 2,000 ລ້ານໂດລາສະຫະລັດ ກັບລັດຖະບານສະຫະນະຄອນ ເອເມຣັດ ອາຣັບ (UAE) ທີ່ຈະຊື້ລະບົບຂີປະນາວຸດ PAC-3 ຂອງບໍລິສັດ Lockheed Martin ຈຳນວນ 60 ຊຸດ ແລະ ຂີປະນາວຸດ GEM-T ທີ່ຜະລິດໂດຍບໍລິສັດ Raytheon ອີກ 100 ຊຸດ.

ເຊິ່ງຖະແຫຼງການຂອງລັດຖະບານສະຫະລັດລະບຸວ່າ ການເຮັດສັນຍາຊື້-ຂາຍອາວຸດກັບລັດຖະບານ UAE ໃນຄັ້ງນີ້ ໄດ້ຮັບຄວາມເຫັນດີຈາກກະຊວງການຕ່າງປະເທດເປັນທີ່ຮຽນຮ້ອຍແລ້ວ ເປັນໄປຕາມກອບນະໂຍບາຍດ້ານຕ່າງປະເທດ ແລະ ນະໂຍບາຍດ້ານຄວາມໝັ້ນຄົງຂອງລັດຖະບານສະຫະລັດອາເມຣິກາ ທີ່ຕ້ອງການສົ່ງເສີມຄວາມສາມາດຂອງປະເທດພັນທະມິດ ໃນການປ້ອງກັນຕົວເອງ ເພື່ອຮັກສາສະຖຽນລະພາບທັງໃນດ້ານການເມືອງ ແລະ ເສດຖະກິດ.

No comments

Powered by Blogger.