ກວດສອບດ່ວນ...! ສັນຍານເຕືອນໂລກໝາກໄຂ່ຫຼັງ ໄພງຽບທີ່ອັນຕະລາຍທີ່ສຸດ - ອິດສະຫຼະ

ກວດສອບດ່ວນ...! ສັນຍານເຕືອນໂລກໝາກໄຂ່ຫຼັງ ໄພງຽບທີ່ອັນຕະລາຍທີ່ສຸດ



ເຄີຍໄດ້ຍິນຄຳເວົ້ານີ້ບໍ່ "ກິນເຄັມຈັກໜ່ອຍກະເປັນໝາກໄຂ່ຫຼັງ" ກໍ່ເພາະວ່າໝາກໄຂ່ຫຼັງ ເປັນອະໄວຍະວະສຳຄັນທີ່ຊ່ວຍຕອງຂອງເສຍອອກຈາກຮ່າງກາຍ ຖ້າຫາກມັນເຮັດວຽກໜັກຈົນເກີດອາກາດປ່ວຍຂຶ້ນມາ ແນ່ນອນວ່າບໍ່ແມ່ນສິ່ງທີ່ດີຕໍ່ຮ່າງກາຍຂອງເຮົາ ແລະ ທີ່ສຳຄັນ ເມື່ອທ່ານເປັນແລ້ວຍັງຕ້ອງໄດ້ແລ່ນເຂົ້າອອກໂຮງໝໍເປັນປະຈຳ ແລະ ຄ່າໃຊ້ຈ່າຍຍັງສູງອີກດ້ວຍ ມື້ນີ້ພວກເຮົາຈະພາມາສ້າງຄວາມເຂົ້າໃຈກ່ຽວກັບໂລກໝາກໄຂ່ຫຼັງ ລອງມາອ່ານໄປພ້ອມໆກັນວ່າ "ຕອນນີ້" ກຳລັງຢູ່ໃນພາວະສ່ຽງທີ່ຈະເປັນຫຼືບໍ່

ໂລກໝາກໄຂ່ຫຼັງ ຫຼື ພາວະທີ່ໝາກໄຂ່ຫຼັງຖືກທຳລາຍ ມີຜົນເຮັດໃຫ້ຄວາມສາມາດຂອງໝາກໄຂ່ຫຼັງໃນການເຮັດວຽກຫຼຸດລົງເຊັ່ນ: ການຮັກສາສົມດຸນຂອງແຫຼວໃນຮ່າງກາຍ, ການຄວບຄຸມນໍ້າ ແລະ ແຮ່ທາດຕ່າງໆໃນເລືອດ, ການກຳຈັດຂອງເສຍອອກຈາກເລືອດ, ການກຳຈັດຢາ ແລະ ພິດອອກຈາກຮ່າງກາຍ, ການຫຼັ່ງຮໍໂມນເຂົ້າສູ່ກະແສເລືອດ ເປັນຕົ້ນ ໂດຍສາເຫດທີ່ກໍ່ໃຫ້ເກີດໂລກໝາກໄຂ່ຫຼັງຊຳເຮື້ອຄື ເບົາຫວານ, ຄວາມດັນເລືອດສູງ ແລະ ໂລກອ້ວນ ລວມທັງພາວະອື່ນໆເຊັ່ນ: ໝາກໄຂ່ຫຼັງອັກເສບ, ໂລກຖົງນໍ້າໃນໝາກໄຂ່ຫຼັງ ເປັນຕົ້ນ.

ຜູ້ທີ່ມີປັດໄຈສ່ຽງທີ່ຈະເປັນໂລກໝາກໄຂ່ຫຼັງ:
1. ເປັນໂລກຊຳເຮື້ອເຊັ່ນ: ໂລກເບົາຫວານ, ໂລກຄວາມດັນເລືອດສູງ (ຕັງຊົງ), ໂລກຫົວໃຈ ແລະ ຫຼອດເລືອດ

2. ເປັນໂລກກ່ຽວກັບໝາກໄຂ່ຫຼັງເຊັ່ນ: ໂລກໝາກໄຂ່ອັກເສບ, ໂລກໜິ້ວໃນໝາກໄຂ່ຫຼັງ ຫຼື ທາງເດີນປັດສາວະ (ຍ່ຽວ)

3. ເປັນໂລກພູມແພ້ຕົນເອງ (Autoimmune diseases) ທີ່ອາດເຮັດໃຫ້ເກີດໝາກໄຂ່ຫຼັງຜິດປົກກະຕິ

4. ຄົນໃນຄອບຄົວມີປະຫວັດເປັນໂລກໝາກໄຂ່ຫຼັງ

5. ສູບຢາ

6. ນ້ຳໜັກຕົວເກີນ ຫຼື ອ້ວນ

7. ອາຍຸຫຼາຍຂຶ້ນ


ຜູ້ທີ່ເປັນໂລກໝາກໄຂ່ຫຼັງບໍ່ຄ່ອຍປາກົດອາການໃຫ້ເຫັນ ເພາະໝາກໄຂ່ຫຼັງເປັນອະໄວຍະວະທີ່ມີຄວາມສາມາດພິເສດໃນການປັບການເຮັດວຽກ ໃຫ້ຢູ່ໃນສົມດຸນເຖິງແມ່ນວ່າປະສິດທິພາບໃນການເຮັດວຽກຈະເຫຼືອພຽງ 50% ກໍ່ຕາມ ແຕ່ຖ້າການເຮັດວຽກຂອງໝາກໄຂ່ຫຼັງເຫຼືອ 25% ເມື່ອໃດຮ່າງກາຍຈະເລີ່ມປາກົດອາການຕ່າງໆອອກມາໃຫ້ໄດ້ເຫັນເຊັ່ນ: ອ່ອນເພຍ, ເມື່ອຍງ່າຍ, ເບື່ອອາຫານ, ຈືດ, ຄັນຕາມຕົນໂຕ, ບວມຕາມໃບໜ້າ ແລະ ແຂວຂາ, ຍ່ຽວຫຼາຍຕອນກາງຄືນ ເຊິ່ງອາການຕ່າງໆເຫຼົ່ານີ້ອາດຄ້າຍຄືກັບອາການຂອງໂລກຫົວໃຈ, ໂລກສະເພາະອາຫານ ຈຶ່ງຈຳເປັນຕ້ອງໄດ້ກວດຮ່າງກາຍ ເຊິ່ງຈະພົບວ່າຄວາມດັນເລືອດສູງ, ບວມ, ຈືດ ລວມທັງຕ້ອງກວດຍ່ຽວ, ກວດເລືອດ ແລະ ສ່ອງໄຟຟ້າເພີ່ມເຕີມ ເພື່ອການວິນິດໄສທີ່ຖືກຕ້ອງ.

No comments

Powered by Blogger.