ລັດຖະບານຈະເລັ່ງກຳຈັດ ແລະ ແກ້ໄຂສິ່ງກີດຂວາງການພັດທະນາປະເທດໃຫ້ໝົດໄປ - ອິດສະຫຼະ

ລັດຖະບານຈະເລັ່ງກຳຈັດ ແລະ ແກ້ໄຂສິ່ງກີດຂວາງການພັດທະນາປະເທດໃຫ້ໝົດໄປ



ໜັງສືພິມລາວພັດທະນາລາຍງານ 5 ພຶດສະພາ 2017 ວ່າ: ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອບໍ່ດົນນີ້ວ່າ: ເພື່ອຮັບປະກັນໃຫ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ປະກົດຜົນເປັນຈິງນັ້ນ, ລັດຖະບານຈະສືບຕໍ່ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງຄື:

(1) ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບທາງການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ດຳລົງຊີວິດ ແລະ ສ້າງສາພັດທະນາຊີວິດການເປັນຢູ່ດີຂຶ້ນ, ຕ້ານ ແລະ ສະກັດກັ້ນປາກົດການທີ່ກົດໜ່ວງກີດຂວາງການພັດທະນາ, ສືບຕໍ່ແກ້ໄຂບັນຫາການຄ້າຂາຍສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການກະທຳຜິດກົດໝາຍ ແລະ ປາກົດການຫຍໍ້ທໍ້ທາງສັງຄົມ.

(2) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫລຸດ 7% ໂດຍການເພີ່ມທະວີຍູ້ແຮງການຜະລິດສິນຄ້າ ແລະ ການບໍລິການ, ສົ່ງເສີມການລົງທຶນ, ຍົກສະມັດຖະພາບຂອງງານ ແລະ ການຄຸ້ມຄອງລັດໃຫ້ມີປະສິດທິພາບສູງຂຶ້ນ.

(3) ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ-ງົບປະມານ ດ້ວຍການປະຕິຮູບກົນໄກເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ, ພ້ອມທັງຕິດຕາມກວດກາ ແລະ ປັບປຸງກົນໄກປະຕິບັດແຜນງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ເອົາໃຈໃສ່ວຽກງານກວດສອບ ແລະ ປະຕິບັດ ມາດຕະການເກັບກູ້ງົບປະມານທີ່ຕົກເຮ່ຍໃຫ້ເຂົ້າສູ່ລະບົບ ແລະ ສືບຕໍ່ປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ຕ້ານການຟຸມເຟືອຍ.

(4) ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ, ປະຕິບັດນະໂຍບາຍດອກເບ້ຍທີ່ເໝາະສົມຕາມກົນໄກຕະຫລາດ, ກຳນົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມ, ຊຸກຍູ້ໃຫ້ຕະຫລາດລະຫວ່າງທະນາຄານ ແລະ ຕະຫລາດເປີດ ແລະ ຕະຫລາດພັນທະບັດເຄື່ອນໄຫວຢ່າງແຂງແຮງ ແລະ ມີປະສິດທິພາບ, ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ໄດ້ກຳນົດໄວ້.

(5) ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍແກ້ໄຂຂັ້ນຕອນ ແລະ ຂອດຕ່າງໆທີ່ກົດໜ່ວງສ້າງຄວາມຫຍຸ້ງຍາກດ້ວຍການປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃຫ້ເປັນກົນໄກ ແລະ ລະບຽບການບໍລິການລົງທຶນຜ່ານປະຕູດຽວຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ໄວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ.

(6) ກວດກາຄືນມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ເພື່ອ ຮີບຮ້ອນສຶກສາຄົ້ນຄວ້າກຳນົດໂຄງສ້າງລາຄາສິນຄ້າ ແລະ ການບໍລິການ, ສະພາບຄວາມຕ້ອງການ ແລະ ຄວາມສາມາດສະໜອງຕົວຈິງໃນປັດຈຸບັນ ເພື່ອເປັນບ່ອນອີງໃນການກຳນົດນະໂຍບາຍ, ມາດຕະການສົ່ງເສີມການຜະລິດ ແລະ ການບໍລິການຢູ່ພາຍໃນ.

(7) ຊຸກຍູ້ສົ່ງເສີມລົງທຶນໃສ່ການຜະລິດ ແລະ ບໍລິການທີ່ປະເທດເຮົາມີທ່າແຮງ ເປັນຕົ້ນ: ການຜະລິດສິນຄ້າກະສິກຳ, ທຸລະກິດຂະໜາດນ້ອຍ ແລະ ກາງ, ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ. ຄຽງຄູ່ໄປກັບການຊຸກຍູ້ສົ່ງເສີມການຮຽນຮູ້ ແລະ ນຳໃຊ້ເຕັກໂນໂລຊີທັນສະໄໝ, ຍົກລະດັບຄວາມອາດສາມາດຂອງທຸລະກິດພາຍໃນເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.

(8) ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫຍ່ລະດັບຊາດທີ່ລັດຖະບານໄດ້ຕົກລົງ ແລະ ບັນຈຸໃນແຜນແລ້ວໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນກຳລັງແຮງໃນການກະຕຸ້ນເສດຖະກິດໃຫ້ມີການເຕີບໃຫຍ່ຢ່າງຕໍ່ເນື່ອງ ເປັນຕົ້ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການທາງລົດໄຟລາວ-ໄທ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການກໍ່ສ້າງສະໜາມບິນ ແລະ ກໍ່ສ້າງທາງດ່ວນ, ໂຄງການສ້າງລະບົບໂລຈິດສຕິກ ແລະ ທ່າເຮືອເທິງບົກ (Dry Port), ໂຄງການພັດທະນາທ່າເຮືອວຸ່ງອ່າງໃຫ້ເປັນທ່າເຮືອປະສົມລາວ-ຫວຽດນາມ ແລະ ບັນດາໂຄງການລົງທຶນຂະໜາດໃຫຍ່ທີ່ໄດ້ຮັບການອະນຸມັດໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສາຫະກຳ, ການບໍລິການ, ຄົມມະນາຄົມ ແລະ ອື່ນໆໃຫ້ເປັນຮູບປະທໍາ.

(9) ສືບຕໍ່ສຸມໃສ່ການພັດທະນາດ້ານວັດທະນະທຳ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ໂດຍເອົາໃຈໃສ່ຊຸກຍູ້ຂະບວນການຜະລິດຂອງປະຊາຊົນ ແລະ ຜູ້ປະກອບການ, ຕັ້ງໜ້າຜັນຂະຫຍາຍມະຕິຄຳສັ່ງວ່າດ້ວຍວຽກງານສາມສ້າງໃຫ້ແທດເຖິງຕົວຈິງ, ໂດຍສືບຕໍ່ປະຕິບັດໂຄງການພັດທະນາຊົນນະບົດ ເປັນຕົ້ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ກຳນົດໃນແຜນຂອງບັນດາເມືອງທຸກຍາກ ແລະ ເຂດທຸກຍາກຂອງ 91 ຈຸດສຸມພັດທະນາ ແລະ 145 ຈຸດສຸມໃນການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນໃຫ້ປະຊາຊົນ, ຍົກສູງຄຸນນະພາບການສຶກສາ ແລະ ສາທາລະນະສຸກໃຫ້ທົ່ວເຖິງເຂດຊົນນະບົດຫ່າງໄກສອກຫລີກ, ສຸມທຶນຮອນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ຍົກລະດັບຄຸນນະພາບຄູ, ຫລັກສູດການຮຽນ-ການສອນໃນທຸກຊັ້ນໃຫ້ຂຶ້ນສູ່ລະດັບໃໝ່, ຍົກລະດັບການບໍລິການທາງດ້ານສາທາລະນະສຸກ ເປັນຕົ້ນ: ການປິ່ນປົວ, ຈັນຍາບັນຂອງພະນັກງານແພດໝໍ ແລະ ສະໜອງຢາປິ່ນປົວທີ່ມີຄຸນນະພາບກວ່າເກົ່າ, ແກ້ໄຂບັນຫາຂາດເຂີນແຮງງານ, ຄຸນນະພາບຂອງແຮງງານ ແລະ ສືບຕໍ່ປະຕິບັດນະໂຍບາຍສະຫວັດດີການສັງຄົມໃຫ້ດີຂຶ້ນ.

(10) ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ເປັນຄາດໝາຍ, ແຜນງານ ແລະ ເປັນໂຄງການລະອຽດຂອງແຕ່ລະຂະແໜງການ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ເອົາໃຈໃສ່ຕິດຕາມກວດກາການຄຸ້ມຄອງ, ນຳໃຊ້, ເຊົ່າສຳປະທານທີ່ດິນ ແລະ ການບຸກລຸກປ່າສະຫງວນ, ປ່າຕົ້ນນ້ຳ, ເຂດວັດຖຸບູຮານ ແລະ ອື່ນໆ ລວມທັງການຫັນປ່ຽນຮູບແບບການນຳໃຊ້ທີ່ດິນ, ສືບຕໍ່ປັບປຸງນະໂຍບາຍການຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ຕາມຈິດໃຈຊີ້ນຳຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ X.

(11)  ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການບໍລິຫານລັດ, ໂດຍສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ, ແບບແຜນວິທີເຮັດວຽກ ແລະ ລະບອບ-ກົນໄກການເຄື່ອນໄຫວວຽກງານຂອງກະຊວງ ແລະ ອົງການທຽບເທົ່າທີ່ຂຶ້ນກັບລັດຖະບານໃຫ້ສຳເລັດໂດຍໄວຕາມທິດກະທັດຮັດ, ສົມເຫດສົມຜົນ, ແທດຕົວຈິງ, ຍົກສູງປະສິດທິພາບໃນການເຄື່ອນໄຫວ ແລະ ປະຕິບັດພາລະບົດບາດທີ່ໄດ້ຮັບມອບໝາຍໃຫ້ສໍາເລັດເປັນຢ່າງດີ.

(12) ເອົາໃຈໃສ່ຊີ້ນຳອົງການກວດກາລັດຖະບານໃຫ້ສົມທົບແໜ້ນກັບອົງການກວດສອບແຫ່ງລັດສືບຕໍ່ກວດກາ ແລະ ກວດສອບການປະຕິບັດພາລະບົດບາດ, ການປະຕິບັດວິໄນແຜນການ-ການເງິນ, ການຫັນຊັບສິນ ແລະ ທີ່ດິນເປັນທຶນ ແລະ ການເຄື່ອນໄຫວເສດຖະກິດ-ສັງຄົມອື່ນໆທີ່ບໍ່ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ ເພື່ອສະກັດກັ້ນການສໍ້ລາດບັງຫລວງທຸກຮູບແບບ, ຕ້ານປາກົດການຫຍໍ້ທໍ້, ພະຍາດອາດຍາສິດໃຫ້ເປັນຮູບປະທຳ.

(13) ເປັນເຈົ້າການຄົ້ນຄວ້າສ້າງ ແລະ ນຳສະເໜີປັບປຸງບັນດາກົດໝາຍ ແລະ ນິຕິກຳທີ່ບໍ່ສອດຄ່ອງ ຫລື ກົດໜ່ວງທ່ວງດຶງການພັດທະນາໃຫ້ທັນສະພາບການ ແນໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ຊຸກຍູ້ການພັດທະນາ.

(14) ສ້າງສະພາບແວດລ້ອມໃຫ້ແກ່ການພັດທະນາໂດຍແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄປພ້ອມກັບການສ້າງສະພາບແວດລ້ອມທີ່ດີ ແລະ ສະເໝີຕົ້ນສະເໝີປາຍກັບເພື່ອນມິດສາກົນ, ປະຕິບັດນະໂຍບາຍເພີ່ມມິດຫລຸດຜ່ອນສັດຕູ, ນະໂຍບາຍການທູດປ້ອງກັນເຫດ, ເສີມຂະຫຍາຍຄວາມເປັນເຈົ້າການໃນການຍາດແຍ່ງ ແລະ ນຳໃຊ້ການຮ່ວມມືສາກົນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍເພື່ອການພັດທະນາ ແລະ ພາປະເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາຕາມເປົ້າໝາຍທີ່ວາງໄວ້.

No comments

Powered by Blogger.